ປີ 2025 ຈີນ​ສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ

CRI, January 6, 2026
Size:

ປີ 2025, ສະພາການພັດທະນາແຫ່ງຊາດກຳປູເຈຍໄດ້ອະນຸມັດໂຄງການລົງທຶນ 630 ໂຄງການ,ມີມູນຄ່າການລົງທຶນເຖິງ 10 ຕື້ໂດລາ. ໃນນັ້ນ,ຈີນສືບຕໍ່ຄອງຖານະປະເທດທີ່ລົງທຶນຫຼາຍທີ່ສຸດຢູ່ກຳປູເຈຍ.

ວັນທີ 5 ມັງກອນນີ້, ສະພາການພັດທະນາແຫ່ງຊາດກຳປູເຈຍໄດ້ເຜີຍແຜ່ບົດລາຍງານສະແດງໃຫ້ເຫັນວ່າ: ໂຄງການລົງທຶນທີ່ໄດ້ຮັບການອະນຸມັດຈາກລັດຖະບານກຳປູເຈຍໃນປີກາຍນີ້ຄາດວ່າຈະສາມາດສ້າງວຽກເຮັດງານທຳໄດ້ 4 ແສນ 3 ໝື່ນຕຳແໜ່ງງານໃຫ້ແກ່ກຳປູເຈຍ, ຈຳນວນໂຄງການໄດ້ເພີ່ມຂຶ້ນ 52% ແລະຍອດມູນຄ່າການລົງທຶນໄດ້ເພີ່ມຂຶ້ນ 45% ເມື່ອທຽບໃສ່ປີກ່ອນ.