ມູນ​ຄ່າ​ການ​ຊື້​ສິນ​ຄ້າ​ປອດ​ພາ​ສີ​ຢູ່ເກາະ​ໄຫ​ຫຼຳ​ຈີນ​ໃນ​ໄລ​ຍະ​ວັນ​ພັກ​ປີ​ໃໝ່​​ສາ​ກົນ 2026 ມີ​ເຖິງ 712 ລ້ານຢວນ

CRI, January 5, 2026
Size:

ການໃຊ້ນະໂຍບາຍດ້ານການບໍລິໂພກປອດພາສີຢູ່ເກາະໄຫຫຼຳຂອງຈີນໄດ້ມີການເລີ່ມຕົ້ນທີ່ດີໃນປີໃໝ່ສາກົນ 2026. ອີງຕາມດ່ານພາສີນະຄອນໄຫໂຂວແຂວງໄຫຫຼຳຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະວັນພັກປີໃໝ່ສາກົນ 2026 ຄືແຕ່ວັນທີ 1 ຫາທີ 3 ມັງກອນນີ້, ດ່ານພາສີຂອງນະຄອນໄຫໂຂໄດ້ຕິດຕາມກວດກາການຈຳໜ່າຍແລະໃຫ້ສິນຄ້າຜ່ານດ່ານໂດຍປອດພາສີ 4 ແສນ 4 ໝື່ນ 2 ພັນອັນ,ເພີ່ມຂຶ້ນ 52,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຈຳນວນຜູ້ຊື້ສິນຄ້າມີເຖິງ 8 ໝື່ນ 3 ພັນ 500 ຄົນ,ເພີ່ມຂຶ້ນ 60,6% ແລະຍອດມູນຄ່າການຊື້ສິນຄ້າມີເຖິງ 712 ລ້ານຢວນ,ເພີ່ມຂຶ້ນ 128,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.