
ແຫຼ່ງຂ່າວຈາກກະຊວງຄົມມະນາຄົມຂົນສົ່ງຈີນເປີດເຜີຍໃຫ້ຮູ້ວ່າ: ໃນໄລຍະພັກປີໃໝ່ສາກົນ 2026, ທົ່ວປະເທດຈີນມີປະຊາຊົນເດີນທາງຂ້າມເຂດແຄວ້ນຄາດວ່າຈະບັນລຸເຖິງ 590 ລ້ານເທື່ອຄົນ, ສະເລ່ຍມື້ລະ 198 ລ້ານເທື່ອຄົນ, ທຽບໃສ່ປີ 2025 ເພີ່ມຂຶ້ນ 19,5%.
ໃນໄຍລະພັກປີໃໝ່ສາກົນ, ຄາດວ່າຍອດຈຳນວນຜູ້ໂດຍສານຜ່ານທາງຫຼວງຈະມີເຖິງ 540 ລ້ານເທື່ອຄົນ, ທຽບໃສ່ປີ 2025 ເພີ່ມຂຶ້ນ 15,5%; ວັນທີ 3 ມັງກອນນີ້, ຄາດວ່າທາງລົດໄຟທົ່ວປະເທດຈະຂົນສົ່ງຜູ້ໂດຍສານ 17.450.000 ເທື່ອຄົນ, ໂດຍມີການເພີ່ມຂະບວນລົດໄຟໂດຍສານ 1.343 ຂະບວນ. ໃນດ້ານການບິນພົນລະເຮືອນຄາດວ່າຈະຂົນສົ່ງຜູ້ໂດຍສານມີເຖິງ 2.080.000 ເທື່ອຄົນ, ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ປີ 2025.