ປີ 2025 ຄົນຕ່າງປະເທດເຂົ້າເມືອງຈີນຜ່ານທາງລົດໄຟລາວ-ຈີນດ້ວຍການຍົກເວັ້ນວີຊາໄດ້ເພີ່ມຂຶ້ນ 48% ເມື່ອທຽບໃສ່ປີ 2024

CRI, January 5, 2026
Size:

ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນໃຫ້ຮູ້ວ່າ: ປີ 2025,ຜູ້ໂດຍສານທີ່ມາຈາກ 110 ປະເທດແລະເຂດແຄວ້ນທີ່ເຂົ້າ-ອອກເມືອງຈີນຜ່ານທາງລົດໄຟລາວ-ຈີນ ລວມທັງຫມົດມີຫຼາຍກວ່າ 290.000 ເທື່ອຄົນ. ໃນ  ຜູ້ເຂົ້າ-ອອກເມືອງເຫຼົ່ານັ້ນ, ຄົນຕ່າງປະເທດມີຫຼາຍກວ່າ 50.000 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 34% ເມື່ອທຽບໃສ່ປີ2024, ໃນນັ້ນ ຄົນຕ່າງປະເທດທີ່ຍົກເວັ້ນວີຊາມີຫຼາຍ ກວ່າ 13.400 ເທື່ອຄົນ, ເພີ່ມຂຶ້ນ 48% ເມື່ອທຽບໃສ່ປີ 2024.

ນັບມາຮອດວັນທີ 31 ທັນວາປີ 2025, ຜູ້ໂດຍສານເຂົ້າ-ອອກເມືອງຈີນຜ່ານຂະບວນລົດໄຟສາກົນຂອງເສັ້ນທາງລົດໄຟລາວ-ຈີນ ທີ່ມາຈາກ 123 ປະເທດ ແລະ ເຂດແຄວ້ນ ມີຫຼາຍກວ່າ 710.000 ເທື່ອຄົນ, ໃນນັ້ນຄົນຕ່າງປະເທດມີຫຼາຍກວ່າ 55.000 ເທື່ອຄົນ, ຄົນຕ່າງປະເທດທີ່ຍົກເວັ້ນວີຊາມີຫຼາຍກວ່າ 24.000 ເທື່ອຄົນ, ຜູ້ໂດຍສານສັນຊາດລາວ, ໄທ ແລະ ມາເລເຊຍ ເປັນອັນດັບແຕ່ທີ 1-3 ຕາມລຳດັບ, ເຫດຜົນເຂົ້າເມືອງຈີນທີ່ຢູ່ອັນດັບແຖ້ວໜ້າແມ່ນການທ່ອງທ່ຽວ, ປະຊຸມທຸລະກິດ ແລະ ຢາມຍາດພີ່ນ້ອງ.