ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ ອອກ​ຖະ​ແຫຼງ​ການ​ ​ຢ້ຳ​ຄືນກ່ຽວກັບການຍຶດ​ໝັ້ນ​ປະ​ຕິ​ບັດຫຼັກ​ການ​ປະ​ເທດ​ຈີນ​ດຽວ

CRI, January 4, 2026
Size:

ວັນທີ 31 ທັນວາປີ 2025, ກະຊວງການຕ່າງປະເທດລາວ ໄດ້ອອກຖະແຫຼງການກ່າວຢ້ຳຄືນທັດສະນະອັນສະເໝີຕົ້ນສະເໝີປາຍໃນບັນຫາໄຕ້ຫວັນ ຄື: ຍຶດໝັ້ນການເຄົາລົບ ມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ຫຼັກການປະເທດຈີນດຽວທີ່ຖືວ່າໄຕ້ຫວັນເປັນດິນແດນພາກສ່ວນໜຶ່ງຂອງສາທາລະນະລັດປະຊາຊົນຈີນທີ່ບໍ່ສາມາດຕັດແຍກອອກໄດ້ ແລະ ຄັດຄ້ານທຸກການກະທຳເພື່ອຫວັງແບ່ງແຍກໄຕ້ຫວັນ ແລະ ເປັນການແຊກແຊງວຽກງານພາຍໃນຂອງຈີນ.