
ຕົວເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 29 ທັນວານີ້, ຍອດປະລິມານການຂົນສົ່ງໝາກໄມ້ ແລະ ຜັກເຂົ້າ-ອອກເມືອງຜ່ານເສັ້ນທາງລົດໄຟລາວ-ຈີນໃນປີ 2025 ມີເຖິງ 380.000 ໂຕນ, ເພີ່ມຂຶ້ນ 45,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນໄລຍະດຽວກັນ, ໝາກໄມ້ ແລະ ຜັກທີ່ຂົນສົ່ງຈາກຈີນໄປລາວຜ່ານເສັ້ນທາງລົດໄຟລາວ-ຈີນມີເຖິງ 174.000 ໂຕນ, ເພີ່ມຂຶ້ນ 61% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສ່ວນໝາກໄມ້ ແລະ ຜັກທີ່ຂົນສົ່ງຈາກລາວໄປຈີນມີເຖິງ 206.000 ໂຕນ ເຊິ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງຫຼວງຫຼາຍໃນການແລກປ່ຽນດ້ານການຄ້າ.
ນັບມາຮອດເດືອນທັນວາປີ 2025, ຈຳນວນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ໃນໄລຍະເລີ່ມຕົ້ນເປັນ ຫຼາຍສຸດ 23 ຂະບວນ. ຂອບເຂດການຂົນສົ່ງສິນຄ້າໄດ້ປົກຄຸມ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນໃນທົ່ວປະເທດຈີນ, ລວມເຖິງ 19 ປະເທດ ແລະ ເຂດແຄ້ວນ ເຊິ່ງລວມທັງລາວ ແລະ ໄທ, ສິນຄ້າທີ່ຂົນສົ່ງຂ້າມຊາດນັ້ນມີຫຼາຍກວ່າ 3.800 ຊະນິດ. ປັດຈຸບັນ, ສະຖານີຂົນສົ່ງສິນຄ້າພາຍໃນປະເທດລາວໄດ້ພັດທະນາເປັນສູນກາງຂອງອາຊີຕາເວັນອອກສຽງໃຕ້ໃນການຂົນສົ່ງໝາກໄມ້ ແລະ ຜະລິດຕະພັນສົດໄປສູ່ຈີນ ເຊິ່ງເປັນການຊຸກຍູ້ຄວາມຕ້ອງການດ້ານການຂົນສົ່ງສິນຄ້າແຊ່ເຢັນຂ້າມຊາດເພີ່ມຂຶ້ນຢ່າງຕໍ່ເນື່ອງ.