ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

CRI, December 30, 2025
Size:

ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 29-30 ທັນວານີ້. ກອງປະຊຸມດັ່ງກ່າວໄດ້ຖືເອົາແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ເປັນທິດຊີ້ນໍາ, ໂດຍໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ແລະ ກອງປະຊຸມຄົບຄະນະ 4 ຄັ້ງຜ່ານມາຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໃຫ້ກ້າວສູ່ລວງເລິກ, ຈັດຕັ້ງຜັນຂະຫຍາຍທິດສະດີອັນສໍາຄັນ ກໍຄື ທິດຊີ້ນໍາອັນສໍາຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ກ່ຽວກັບວຽກງານກະສິກໍາ, ຊົນນະບົດ ແລະ ຊາວກະສິກອນຢ່າງຮອບດ້ານ, ພ້ອມທັງໄດ້ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຈີນ, ໂດຍໄດ້ວິເຄາະສະພາບການ ແລະ ສິ່ງທ້າທາຍທີ່ວຽກງານກະສິກໍາ, ຊົນນະບົດ ແລະ ຊາວກະສິກອນຂອງຈີນຜະເຊີນໜ້າໃນປັດຈຸບັນ, ພ້ອມທັງໄດ້ວາງແຜນວຽກງານກະສິກໍາ, ຊົນນະບົດ ແລະ ຊາວກະສິກອນໃນປີ 2026.