
ເວລາ 15 ໂມງ 30 ນາທີຂອງວັນທີ 29 ທັນວານີ້, ເຮືອໝາຍເລກ 53107, 53108 ແລະ 53109 ຂອງຈີນທີ່ເຂົ້າຮ່ວມການປະຕິບັດການລາດຕະເວນຮ່ວມຈີນ-ລາວ-ມຽນມາ-ໄທເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງຄັ້ງທີ 160 ໄດ້ເຂົ້າທຽບທ່າເຮືອຕຳຫຼວດຈິງຮາ ແຂວງຢູນນານຈີນຢ່າງສຳເລັດຜົນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການລາດຕະເວນຮ່ວມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ໃນການປະຕິບັດການຄັ້ງນີ້, 4 ປະເທດຄື ຈີນ, ລາວ, ມຽນມາແລະໄທໄດ້ສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍລວມທັງໝົດ170 ກວ່າຄົນ, ເຮືອປະຕິບັດກົດໝາຍ 6 ລຳ, ໄລຍະການເດີນເຮືອທັງໝົດ 730 ກວ່າກິໂລແມັດ.

ໃນໄລຍະດັ່ງກ່າວ, ໜ່ວຍເຮືອລາດຕະເວນຮ່ວມໄດ້ດຳເນີນການກວດກາຮ່ວມທາງນ້ຳແລະທາງບົກ, ເຄື່ອນໄຫວຢ້ຽມຢາມຮ່ວມ ແລະການເຄື່ອນໄຫວອື່ນໆຢູ່ເຂດນ້ຳຈຸດສຸມຕາມລຳແມ່ນ້ຳຂອງຕາມແຜນການທີ່ກຳນົດໄວ້ ເພື່ອຮ່ວມກັນປາບປາມອາຊະຍາກຳຂ້າມຊາດປະເພດຕ່າງໆທີ່ ພົ້ນເດັ່ນຢູ່ຕາມລຳແມ່ນ້ຳຂອງເຊັ່ນ ການຫຼອກລວງທາງໂທລະຄົມ, ອາຊະຍາກຳກ່ຽວກັບຢາເສບຕິດແລະອື່ນໆ.
ແຫຼ່ງຂ່າວຈາກ: CGTN