
ວັນທີ 14 ທັນວາ 2025, ຊຸດອົບຮົມໂຄງການບຳລຸງສ້າງນັກການທູດໃນອະນາຄົດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2025 ຈັດຂຶ້ນຢູ່ສະຖາບັນຄົ້ນຄວ້າການປະຕິຮູບ ແລະ ພັດທະນາຈີນ (ໄຫຫຼຳ) ທີ່ນະຄອນໄຫໂຂວແຂວງໄຫຫຼຳຈີນພາຍໃຕ້ຫົວຂໍ້ “ ອອກເດີນທາງໃນທົດສະວັດຄຳຄັ້ງໃໝ່ ຮ່ວມກັນບຳລຸງສ້າງສະຕິວົງຄະນາຍາດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”. ຊຸດອົບຮົມຄັ້ງນີ້ແມ່ນຊີ້ນຳໂດຍສູນຄົ້ນຄວ້າປະຊາຄົມຮ່ວມຊາຕາກຳມວນມະນຸດຂອງວິທະຍາໄລການຕ່າງປະເທດຈີນ, ສະຖາບັນຄົ້ນຄວ້າອາຊີວິທະຍາໄລການຕ່າງປະເທດ ແລະ ສະຖາບັນຄົ້ນຄວ້າ ສັນຍາ ການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP ຂອງສະຖາບັນຄົ້ນຄວ້າການປະຕິຮູບ ແລະ ພັດທະນາຈີນຮ່ວມກັນເປັນເຈົ້າພາບຈັດຂຶ້ນ.

ໃນພິທີເປີດຊຸດອົບຮົມດັ່ງກ່າວ, ທ່ານ ຫວາງເຕີຊິ່ນ ທີ່ເປິກສາກົມອາຊີກະຊວງການຕ່າງປະເທດຈີນ, ທ່ານ ຢາງເຢວ້ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າອາຊີວິທະຍາໄລການຕ່າງປະເທດຈີນ, ທ່ານ ຢາງຣຸ້ຍ ຫົວໜ້າບໍລິຫານງານສະຖາບັນຄົ້ນຄວ້າການປະຕິຮູບ ແລະ ພັດທະນາຈີນ ທັງເປັນຫົວໜ້າສະຖາບັນຄົ້ນຄວ້າ RCEP ໄດ້ປະກອບຄຳເຫັນ, ພ້ອມທັງໄດ້ແລກປ່ຽນຄວາມຄິດເຫັນໂດຍປິ່ນອ້ອມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ບົດບາດຂອງຊາວໜຸ່ມ.
