
ເມື່ອບໍ່ດົນມານີ້, ກິດຈະກຳແລກປ່ຽນຂອງສະຫະພັນການສຶກສາດ້ານການສ້າງທຸລະກິດຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2025 ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລເຕັກໂນໂລຊີເວີ່ນໂຈ່ວຈີນຢ່າງສຳເລັດຜົນ. ກິດຈະກຳຄັ້ງນີ້ມີຫົວຂໍ້ວ່າ “ຂັບເຄື່ອນດ້ວຍດິຈິຕອນ ການສ້າງທຸລະກິດ ແລະ ການສຶກສາຢູ່ຮ່ວມກັນ”, ໂດຍນຳໃຊ້ຮູບແບບເຊື່ອມໂຍງທາງອອນລາຍ ແລະ ອອຟລາຍ, ໄດ້ເຕົ້າໂຮມຜູ້ຕາງໜ້າສະຖາບັນການສຶກສາຊັ້ນສູງ, ສຳນັກພິມ ແລະ ວິສາຫະກິດ ກໍຄືຊ່ຽວຊານ ແລະ ນັກວິຊາການຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ລົງເລິກເປິກສາຫາລືກ່ຽວກັບການຮ່ວມມືໃນການສຶກສາດ້ານການສ້າງທຸລະກິດໃນພາກພື້ນ, ການສ້າງຫຼັກສູດ ແລະ ປື້ມການຮຽນແບບສາກົນ, ປະກອບສ່ວນທີ່ຕິດແທດຕົວຈິງເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກໃນດ້ານການສຶກສາ.
