ລວມຍອດລາຍຮັບຈາກການຂາຍປີ້ຮູບເງົາຂອງຈີນເພື່ອສົ່ງທ້າຍປີ2025 ຕ້ອນຮັບປີໃໝ່ 2026 ບັນລຸແລ້ວຫຼາຍກວ່າ 5 ຕື້ຢວນ

CRI, December 29, 2025
Size:

ນັບມາຮອດວັນທີ 28 ທັນວານີ້, ລວມຍອດລາຍຮັບຈາກການຂາຍປີ້ຮູບເງົາຂອງຈີນເພື່ອສົ່ງທ້າຍປີ2025 ຕ້ອນຮັບປີໃໝ່ 2026 ບັນລຸແລ້ວຫຼາຍກວ່າ 5 ຕື້ຢວນ, ສ້າງສະຖິຕິສູງຄັ້ງໃໝ່ເປັນປະຫວັດສາດຂອງໄລຍະດຽວກັນໃນຮອບ8ປີຜ່ານມາ. ນັບມາຮອດປັດຈຸບັນ, ຮູບເງົາຈີນ ໄດ້ກວມເອົາລາຍຮັບຫຼາຍກວ່າ 80% ຂອງລາຍຮັບຈາກການຂາຍປີ້ຮູບເງົາປີ 2025 ແລະ ກວມເອົາເກືອບ 90% ຂອງລາຍໄດ້ຈາກຮູບເງົາທີ່ເຂົ້າສາຍໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເຊິ່ງສະແດງໃຫ້ເຫັນເຖິງການເປັນຜູ້ນໍາໃນຕະຫຼາດຮູບເງົາຂອງຈີນຢ່າງໜຽວແໜ້ນ.

ແຫຼ່ງຂ່າວຈາກ: CGTN