ເດືອນພະຈິກແລ້ວນີ້, ມູນຄ່າການນໍາເຂົ້າ-ສົ່ງອອກດ້ານການຄ້າສິນຄ້າແລະ ການບໍລິການ ຕາມຕາຕະລາງດຸນລາຍຮັບລາຍຈ່າຍສາກົນຂອງ​ຈີນບັນລຸ​ຫຼາຍກວ່າ 4.418 ຕື້ຢວນ

CRI, December 29, 2025
Size:

ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ເປີດເຜີຍໃຫ້ຮູ້ວ່າ: ເດືອນພະຈິກ ປີ2025, ມູນຄ່າການນໍາເຂົ້າ-ສົ່ງອອກດ້ານການຄ້າການບໍລິການ ແລະ ສິນຄ້າສາກົນບັນລຸເຖິງ 4.418 ຕື້ 300 ລ້ານຢວນ. ໃນນັ້ນ, ການສົ່ງອອກສິນຄ້າມີເຖິງ 2.248 ຕື້ 400 ລ້ານຢວນ ແລະ ນຳເຂົ້າສິນຄ້າມີເຖິງ 1.593ຕື້ 700 ລ້ານຢວນ, ເຮັດໃຫ້ເກີນດຸນການຄ້າເຖິງ 654,7 ຕື້ຢວນ; ສ່ວນການສົ່ງອອກການບໍລິການມີເຖິງ 246,5 ຕື້ຢວນ ແລະ ນຳເຂົ້າການບໍລິການມີເຖິງ 329,8 ຕື້ຢວນ, ເຮັດໃຫ້ຂາດດຸນການຄ້າ 83,3 ຕື້ຢວນ.

ຖ້າຄິດໄລ່ເປັນເງິນໂດລາ, ໃນເດືອນພະຈິກປີນີ້, ມູນຄ່າການນໍາເຂົ້າ-ສົ່ງອອກດ້ານການຄ້າສິນຄ້າແລະ ການບໍລິການ ຕາມຕາຕະລາງດຸນລາຍຮັບລາຍຈ່າຍສາກົນຂອງຈີນບັນລຸເຖິງ 351,6 ຕື້ໂດລາ, ໃນນັ້ນ ການນຳເຂົ້າບັນລຸເຖິງ 271,1 ຕື້ໂດລາ, ເຮັດໃຫ້ເກີນດຸນການຄ້າເຖິງ 80,5 ຕື້ໂດລາ.