ອີງຕາມຂໍ້ມູນດ້ານອຸດສາຫະກຳພະລັງໄຟຟ້າທີ່ເປີດເຜີຍໂດຍອົງການພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນພະຈິກປີ 2025, ກຳລັງຕິດຕັ້ງການຜະລິດພະລັງໄຟຟ້າທົ່ວປະເທດຈີນມີເຖິງ 3 ຕື້ 790 ລ້ານກິໂລວັດ, ເພີ່ມຂຶ້ນ 17,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ກຳລັງຕິດຕັ້ງການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນມີເຖິງ 1 ຕື້ 160 ລ້ານກິໂລວັດ, ເພີ່ມຂຶ້ນ 41,9% ແລະ ກຳລັງຕິດຕັ້ງການຜະລິດໄຟຟ້າດ້ວຍພະລັງງານລົມມີເຖິງ 600 ລ້ານກິໂລວັດ, ເພີ່ມຂຶ້ນ 22,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.