
ຕອນເຊົ້າວັນທີ 25 ທັນວານີ້, ພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງຈີນ ລາວ ມຽນມາ ແລະ ໄທ ທີ່ມີສ່ວນຮ່ວມໃນການລາດຕະເວນປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ ໄດ້ຈັດການຝຶກຊ້ອມຮ່ວມເພື່ອຮັບມືກັບເຫດການສຸກເສີນເທິງນ້ຳພາຍໃຕ້ຫົວຂໍ້ “ເຝົ້າຮັກສາ 2025” ຢູ່ນ່ານນ້ຳຈິງຮາ ແມ່ນ້ຳລ້ານຊ້າງ ຕາແສງຈິງຮານະຄອນຊຽງຮຸ່ງແຂວງຢຸນນານຈີນ, ມີຈຸດປະສົງເພື່ອລົງເລິກຈັດຕັ້ງປະຕິບັດຈິດໃຈກອງປະຊຸມລະດັບລັດຖະມົນຕີກ່ຽວກັບການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມປອດໄພແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຍົກລະດັບຂີດຄວາມສາມາດຂອງພາກສ່ວນປະຕິບັດກົດໝາຍ 4 ປະເທດໃນການຮັບມືກັບເຫດການສຸກເສີນຮ່ວມກັນ, ຊຸກຍູ້ໃຫ້ການຮ່ວມມືດ້ານການປະຕິບັດກົດໝາຍກ້າວສູ່ລວງເລິກ ແລະ ມີຄວາມໜັກແໜ້ນຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ.