
ແຫຼ່ງຂ່າວຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໃຫ້ຮູ້ໃນວັນທີ 24 ທັນວານີ້ວ່າ: ເດືອນພະຈິກຜ່ານມາ, ປະລິມານການຜະລິດອຸປະກອນເຄື່ອງພິມ 3 ມິຕິຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 100% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນອກຈາກນີ້, ການພັດທະນາອຸດສາຫະກຳເຄື່ອງພິມ 3 ມິຕິຂອງຈີນໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໄດ້ຮັບໝາກຜົນຢ່າງພົ້ນເດັ່ນ.
ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ເດືອນພະຈິກຜ່ານມາ, ປະລິມານການຜະລິດອຸປະກອນເຄື່ອງພິມ 3 ມິຕິຂອງຈີນໄດ້ເພີ່ມຂຶ້ນ 100,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຄາດວ່າ ມູນຄ່າອຸດສາຫະກຳເຄື່ອງພິມ 3 ມິຕິຂອງຈີນໃນໝົດປີ 2025 ຈະສູງເຖິງ 70 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ປີຜ່ານມາ. 3 ໄຕມາດທຳອິດຂອງປີ 2025, ປະລິມານການຜະລິດອຸປະກອນເຄື່ອງພິມ 3 ມິຕິຂອງຈີນໄດ້ເພີ່ມຂຶ້ນ 40,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ເມື່ອສັງເກດຈາກສະພາບດັ່ງກ່າວແລ້ວແມ່ນເຫັນໄດ້ວ່າ ນັບແຕ່ປີນີ້ເປັນຕົ້ນມາ, ປະລິມານການຜະລິດອຸປະກອນເຄື່ອງພິມ 3 ມິຕິຂອງຈີນໄດ້ມີຈັງຫວະເພີ່ມຂຶ້ນເປັນທີ່ປະຈັກຕາ.
ຜູ້ຊ່ຽວຊານກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ອຸດສາຫະກຳເຄື່ອງພິມ 3 ມິຕິຂອງຈີນໄດ້ຮັບການພັດທະນາກ້າວໄປສູ່ຕ່າງປະເທດຢ່າງມີປະສິດທິຜົນຈະແຈ້ງ. ນັບແຕ່ເດືອນມັງກອນຫາເດືອນພະຈິກປີນີ້, ມູນຄ່າການສົ່ງອອກອຸປະກອນ ແລະ ເຄື່ອງພິມ 3 ມິຕິໄດ້ບັນລຸ 10 ກວ່າຕື້ຢວນ. ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ຈີນຈະເພີ່ມທະວີໃນການວາງແຜນລະດັບສູງສຸດຕໍ່ການພັດທະນາອຸດສາຫະກຳດັ່ງກ່າວ, ພ້ອມກັນນັ້ນ ຈະລົງເລິກການຮ່ວມມືໃນການບຸກທະລຸເຕັກນິກສຳຄັນ ແລະ ເສີມຂະຫຍາຍການປະຍຸກໃຊ້, ຕັ້ງໜ້າສ້າງລະບົບນິເວດໃໝ່ໃນການພັດທະນາອຸດສາຫະກຳດັ່ງກ່າວ.