
ວັນທີ 24 ທັນວານີ້, ຄະນະກຳມະການຜູ້ນຳໃຊ້ “ເຮືອດຳນ້ຳບັນທຸຄົນ ແລະ ເຮືອປະຕິບັດງານເທິງທະເລ” ທີ່ເປັນພື້ນຖານໂຄງລ່າງວິທະຍາສາດເຕັກໂນໂລຊີສຳຄັນຂອງສະພາບັນດິດວິທະຍາສາດຈີນໄດ້ເຜີຍແຜ່ສະພາບການນຳໃຊ້ 3 ເຮືອດຳນ້ຳທະເລເລິກບັນທຸກຄົນຂອງຈີນ ປະຈຳປີ 2025 ແລະ ແຜນເບື້ອງຕົ້ນປະຈຳປີ 2026 ຢູ່ນະຄອນສ່ານຢ້າແຂວງໄຫຫຼຳຈີນ.
ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ປີ 2025 ເຮືອດຳນ້ຳບັນທຸກຄົນ “ຈຽວໂລງ” ຄາດວ່າໄດ້ດຳນ້ຳ 93 ເທື່ອ. ນັບມາຮອດວັນທີ 20 ທັນວານີ້, ເຮືອດຳນ້ຳບັນທຸກຄົນ “ເສີ່ນໄຫຢົງສື້ (ນັກຮົບກ້າຫານໃນທະເລເລິກ) ” ໄດ້ດຳນ້ຳແລ້ວ 106 ເທື່ອ, ເຮືອ “ເຟີ້ນໂຕ້ວເຈີ (ຜູ້ບຸກບືນ)” ໄດ້ດຳນ້ຳແລ້ວ 115 ເທື່ອ. ໂດຍລວມແລ້ວ, ປີ 2025 ຈີນຄາດວ່າຈະສຳເລັດການດຳນ້ຳທະເລເລິກບັນທຸກຄົນ 314 ເທື່ອ ເຊິ່ງສະແດງໃຫ້ເຫັນວ່າລະດັບການນຳໃຊ້ເຮືອດຳນ້ຳບັນທຸກຄົນຂອງຈີນໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.