ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ບັນລຸເກີນກວ່າ 70 ລ້ານໂຕນ

Yunnan Gateway, December 24, 2025
Size:

ນັບແຕ່ເປີດບໍລິການທາງລົດໄຟລາວ-ຈີນ ເປັນຕົ້ນມາ, ມາຮອດວັນທີ 28 ຕຸລານີ້, ມີລົດໄຟຂົນສົ່ງສິນຄ້າທັງໝົດ 63.000 ຖ້ຽວ, ຂົນສົ່ງສິນຄ້າໄດ້ລື່ນກາຍ 70 ລ້ານໂຕນ, ໃນນັ້ນຂົນສົ່ງສິນຄ້າຂ້າມຊາຍແດນ 16 ລ້ານໂຕນ, ຂົນສົ່ງຮອດເຖິງ 19 ປະເທດແລະເຂດແຄວ້ນຄື: ລາວ, ມຽນມາ, ກຳປູເຈຍ, ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ, ບັງກະລາເທດ ແລະ 31 ແຂວງ(ເຂດ, ນະຄອນ) ພາຍໃນປະເທດຈີນ. ປະເພດສິນຄ້າຂ້າມຊາຍແດນໄດ້ຂະຫຍາຍອອກໄປຫຼາຍກວ່າ 3.700 ຊະນິດ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າແລະປະລິມານສິນຄ້າຂ້າມຊາຍແດນໄດ້ຮັກສາການເຕີບໂຕຢ່າງແຂງແຮງ. ຕາມຂໍ້ມູນຂ່າວແຈ້ງວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະລິມານສິນຄ້າຂົນສົ່ງທາງລົດໄຟລາວ-ຈີນ ສະສົມບັນລຸ 19,88 ລ້ານໂຕນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນສິນຄ້າຂ້າມຊາຍແດນ 4,47 ລ້ານໂຕນ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ລົດໄຟຂົນສົ່ງສິນຄ້າສາກົນ"ລ້ານຊ້າງ-ແມ່ນ້ຳຂອງ" ຂອງທາງລົດໄຟລາວ-ຈີນ ທີ່ແລ່ນໃນຕົ້ນປີ 2022 ມາຮອດປັດຈຸບັນໄດ້ແລ່ນທັງໝົດ 2.560 ຖ້ຽວ, ຂົນສົ່ງສິນຄ້ານຳເຂົ້າ ແລະ ສົ່ງອອກຫຼາຍກວ່າ 1 ລ້ານໂຕນ.