ກອງປະຊຸມປຶກສາຫາລືລະຫວ່າງແຂວງຢຸນນານແລະວິສາຫະກິດຂ້າມຊາດໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້

Yunnan Gateway, December 24, 2025
Size:

ວັນທີ 5 ພະຈິກ, ໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8, ກອງປະຊຸມປຶກສາຫາລືລະຫວ່າງແຂວງຢຸນນານແລະວິສາຫະກິດຂ້າມຊາດໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້, ໂດຍມີຜູ້ຕາງໜ້າວິສາຫະກິດຂ້າມຊາດ 70 ກວ່າແຫ່ງຈາກ 20 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມກອງປະຊຸມນີ້.

ກິດຈະກຳຄັ້ງນີ້ພາຍໃຕ້ຫົວຂໍ້ “ຢຸນນານແຫ່ງການພັດທະນາແບບຍືນຍົງ”, ໄດ້ສະແດງໃຫ້ເຫັນເຖິງທ່າແຮງຂອງການພັດທະນາແບບຍືນຍົງແລະໂອກາດທາງທຸລະກິດທີ່ກວ້າງຂວາງຂອງແຂວງຢຸນນານໃຫ້ແກ່ບໍລິສັດຂ້າມຊາດທີ່ເຂົ້າຮ່ວມໂດຍຜ່ານ 4 ພາກຄື: “ຂອງຂວັນຢຸນນານ, ຄວາມປະທັບໃຈຢຸນນານ, ແນະນຳຢຸນນານ ແລະ ການເຊື່ອມຕໍ່ຢຸນນານ”. ຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຢຸນນານໄດ້ດຳ ເນີນການໂຄສະນາພິເສດພາຍໃຕ້ຫົວຂໍ້"ການສະໜອງໄຟຟ້າສີຂຽວທັງໝົດເພື່ອສວນສາທາລະນະທີ່ກາກບອນເປັນສູນ", ຜູ້ຕາງໜ້າບໍລິສັດຈາກສິງກະໂປ, ອັງກິດ, ຝຣັ່ງ, ອົດສະຕາລີ, ເຢຍລະມັນແລະປະເທດອື່ນໆໄດ້ກ່າວຄຳປາໄສ, ແບ່ງປັນຄວາມຕັ້ງໃຈແລະຄວາມຄາດຫວັງໃນການຮ່ວມມືຢູ່ແຂວງຢຸນນານ, ແລະແບ່ງປັນໂອກາດໃໝ່ສຳລັບການຮ່ວມມືດ້ານການລົງທືນກັບແຂວງຢຸນນານ.