ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາກາວ​ໃນ​ພາກ​ໃຕ້​ຂອງ​ຈີນ​ສຸມ​ກຳ​ລັງ​ສ້າງເຂດ​ປະ​ດິດ​ສ້າງ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ

CRI, December 24, 2025
Size:

ຫຸ່ນຍົນກຳລັງທົດລອງຈັບເອົາໄຂ່ໄກ່

 

“ມື” ຂອງຫຸ່ນຍົນສາມາດຈັບເອົາບານລູນຫຼື ໄຂ່ໄກ່ໂດຍບໍ່ແຕກ, ຜົນສຳເລັດດ້ານການຄົ້ນຄວ້າຂອງເຂດບໍລິຫານພິເສດຮົງກົງນີ້ ໄດ້ຖືກພັດທະນາເປັນອຸດສາຫະກຳຢູ່ນະຄອນເສີນເຈີ້ນແຂວງກວາງຕຸ້ງຈີນ.

ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວທີ່ຕັ້ງຢູ່ພາກໃຕ້ຂອງຈີນ ປະກອບມີເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ ແລະ 9 ຕົວເມືອງຂອງແຂວງກວາງຕຸ້ງເຊັ່ນ ນະຄອນກວາງໂຈ່ວ ແລະ ນະຄອນເສີນເຈີ້ນເປັນຕົ້ນ ມີເນື້ອທີ່ທັງໝົດ 56.000 ກິໂລຕາແມັດ. ປີ 2024, ເຂດອ່າວໃຫຍ່ດັ່ງກ່າວມີປະຊາກອນອາໄສຫຼາຍກວ່າ 87 ລ້ານຄົນ, ໄດ້ສ້າງຍອດປະລິມານເສດຖະກິດທີ່ກວມເອົາທົ່ວປະເທດ 1 ສ່ວນ 9 ດ້ວຍເນື້ອທີ່ບໍ່ຮອດ 0,6% ຂອງເນື້ອທີ່ດິນແດນທັງໝົດຂອງຈີນ.

ຂົວຮົງກົງ-ຈູ່ໄຫ-ມາກາວທີ່ເຊື່ອມຕໍ່ເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ ແລະ ແຂວງກວາງຕຸ້ງຂອງຈີນ.

 

ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວແມ່ນໜຶ່ງໃນເຂດແຄວ້ນທີ່ມີລະດັບການເປີດປະຕູສູ່ພາຍນອກສູງທີ່ສຸດ ແລະ ມີພະລັງຊີວິດດ້ານເສດຖະກິດທີ່ເຂັ້ມແຂງທີ່ສຸດຂອງຈີນ. ລະບົບອຸດສາຫະກຳທີ່ຄົບຖ້ວນສົມບູນຂອງເຂດດ້ານໃນ (ດິນແດນປະເທດຈີນທີ່ບໍ່ລວມເຖິງຮົງກົງ,ມາກາວແລະໄຕ້ຫວັນ)ກຳລັງເຊື່ອມໂຍງຢ່າງເລິກເຊິ່ງກັບຂະແໜງການບໍລິການທີ່ທັນສະໄໝ, ຂະແໜງການເງິນ ແລະ ຊັບພະຍາກອນວິທະຍາສາດ ແລະ ການສຶກສາຂອງຮົງກົງ ແລະ ມາກາວ. ປັດຈຸບັນ, ທຸກໆ 2 ຊົ່ວໂມງ, ສິດທິບັດທີ່ມີມູນຄ່າສູງລາຍການໜຶ່ງຈະບັນລຸຂໍ້ຕົກລົງກ່ຽວກັບການຫັນເປັນອຸດສາຫະກຳຢູ່ເຂດອ່າວໃຫຍ່ ແລະ ຈະເຊື່ອມຕໍ່ກັບຕ່ອງໂສ້ອຸດສາຫະກຳຕໍ່ຍອດຢ່າງວ່ອງໄວ.

 

ເຂດນິຄົມວິທະຍາສາດເຕັກໂນໂລຊີແຫ່ງໜຶ່ງຂອງເສີນເຈີ້ນໄດ້ເຕົ້າໂຮມວິສາຫະກິດວິທະຍາສາດເຕັກໂນໂລຊີ 400 ກວ່າແຫ່ງ ແລະ ຜູ້ມີຄວາມຮູ້ຄວາມສາມາດດ້ານການຄົ້ນຄວ້າວິທະຍາສາດຫຼາຍກວ່າ 15.000 ຄົນ.

 

ປັດຈຸບັນ, ອຸດສາຫະກຳທີ່ຈະເລີນໃໝ່ຢູ່ເຂດອ່າວໃຫຍ່ກຳລັງພັດທະນາຢ່າງວ່ອງໄວ. ອຸດສາຫະກຳປັນຍາປະດິດແກນກາງມີຂະໜາດຫຼາຍກວ່າ 220 ຕື້ຢວນ ແລະ 9 ກຸ່ມອຸດສາຫະກຳລະດັບພັນຕື້ຢວນໄດ້ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການພັດທະນາທີ່ມີຄຸນນະພາບສູງ. ປີ 2025, “ກຸ່ມປະດິດສ້າງເສີນເຈີ້ນ-ຮົງກົງ-ກວາງໂຈ່ວ” ຖືກຈັດຢູ່ອັນດັບໜຶ່ງຂອງບັນຊີລາຍຊື່ “100 ກຸ່ມປະດິດສ້າງສຸດຍອດໃນໂລກ” ເປັນຄັ້ງທຳອິດ.