ກອງປະຊຸມຖະແຫຼງຂ່າວ “ບົດລາຍງານການພັດທະນາເສັ້ນທາງລົດໄຟ ລາວ-ຈີນ (2025)” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ

Yunnan Gateway, December 19, 2025
Size:

ວັນທີ 19 ທັນວາ 2025, ກອງປະຊຸມຖະແຫຼງຂ່າວ “ບົດລາຍງານການພັດທະນາເສັ້ນທາງລົດໄຟ ລາວ-ຈີນ (2025)” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.

ເພື່ອປະຕິບັດເນື້ອໃນຈິດໃຈຊີ້ນຳທີ່ສຳຄັນຂອງທ່ານ ສີຈິ້ນຜິງ ກັບກັບ “ຮັກສາ, ດຳເນີນງານເສັ້ນທາງລົດໄຟ ລາວ-ຈີນ ໃຫ້ດີ; ພັດທະນາ, ກໍ່ສ້າງຕາມເສັ້ນທາງໃຫ້ດີ, ສ້າງເສັ້ນທາງສາຍຄໍາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ”, ວິທະຍາໄລຄຸນໝິງ, ມະຫາວິທະຍາໄລເສດຖະກິດ ແລະ ການຄ້າຕ່າງປະເທດ ແລະ ຄະນະຄຸ້ມຄອງເຂດພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີຄຸນໝິງ) ໄດ້ຮ່ວມກັນເຜີຍແຜ່ຜົນສຳເລັດຂອງຄັງປັນຍາພາຍໃນປະເທດຄັ້ງທຳອິດທີ່ສຸມໃສ່ເສັ້ນທາງລົດໄຟ ລາວ-ຈີນ ນັ້ນກໍຄື “ບົດລາຍງານການພັດທະນາເສັ້ນທາງລົດໄຟ ລາວ-ຈີນ (2025)” .

ບົບລາຍງານໄດ້ຄັດຈ້ອນໝາກຜົນຮອບດ້ານຂອງເສັ້ນທາງລົດໄຟ ລາວ-ຈີນ ໃນຂົງເຂດເສດຖະກິດການຄ້າ, ຄົມມະນາຄົມຂົນສົ່ງ, ວັດທະນະທໍາ, ວິທະຍາສາດ ແລະ ເຕັກໂນໂລຊີ ໃນ 4 ປີແຫ່ງການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ໂດຍຊີ້ອອກວ່າ, ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ແມ່ນຜົນສຳເລັດອັນພົ້ນເດັ່ນໃນການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ ເທົ່ານັ້ນ, ຫາກຍັງແມ່ນການຂໍ້ເຊື່ອມຕໍ່ທີ່ສຳຄັນໃນການຊຸກຍູ້ການສ້າງຮູບແບບການພັດທະນາໃໝ່ລະຫວ່າງຈີນກັບອາຊີຕາເວັນອອກສຽງໃຕ້ພາຍໃຕ້ຂອບ RCEP, ທັງເປັນການປະຕິບັດຢ່າງມີຊີວິດຊີວາໃນການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ບົດລາຍງານໄດ້ເຜີຍແຜ່ “ດັດຊະນີການພັດທະນາ ເສັ້ນທາງລົດໄຟ ລາວ-ຈີນ” ເປັນຄັ້ງທຳອິດ, ແລະໄດ້ສະເໜີຂໍ້ສະເໜີນະໂຍບາຍຕ່າງໆ ເຊັ່ນ: ການເພີ່ມປະສິດທິພາບຂອງໂຄງປະກອບການຄ້າ ແລະ ການລົງທຶນຕໍ່ລາວ, ລົງເລິກການແລກປ່ຽນດ້ານວັດທະນະທຳ-ການທ່ອງທ່ຽວ, ເລັ່ງລັດຍົກລະດັບອັດສະລິຍະ, ແນໃສ່ສ້າງພະລັງແຮງໃໝ່ໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງໃຫ້ແກ່ “ເສັ້ນທາງຄໍາ” ນີ້ໂດຍຜ່ານການປະດິດສ້າງໃໝ່ດ້ານສະຖາບັນ ແລະ ການບຸກທະລຸຮູບແບບ.

ໃນຖານະເປັນຜົນສຳເລັດທີ່ສຳຄັນຂອງການຮ່ວມມືຍຸດທະສາດລະຫວ່າງອໍານາດການປົກຄອງແຂວງຢຸນນານ ແລະ ມະຫາວິທະຍາໄລເສດຖະກິດ ແລະ ການຄ້າຕ່າງປະເທດ, ບົດລາຍງານດັ່ງກ່າວສະທ້ອນໃຫ້ເຫັນເຖິງການປະຕິບັດແນວຄິດໃໝ່ຂອງການເຊື່ອມໂຍງຢ່າງເລິກເຊິ່ງຂອງ “ລັດຖະບານ, ອຸດສາຫະກຳ, ການສຶກສາແລະການຄົ້ນຄວ້າ”. ໃນມື້ຈັດກອງປະຊຸມ, ວິທະຍາໄລຄຸນໝິງຍັງໄດ້ລົງນາມໃນສັນຍາຂອບການຮ່ວມມືຍຸດທະສາດລະຫວ່າງໂຮງຮຽນກັບຄະນະຄຸ້ມຄອງເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕ່ນ ຈີນ-ລາວ ເພື່ອຂະຫຍາຍພື້ນທີ່ໃໝ່ໃຫ້ແກ່ການຮ່ວມມືຕາມເສັ້ນທາງລົດໄຟ ລາວ-ຈີນ ຕື່ມອີກ.