ມາຮອດວັນທີ 19 ພະຈິກປີນີ້, ການກວດກາ ແລະ ອະນຸຍາດໃຫ້ຜູ້ໂດຍສານຈາກ ສປປ ລາວ ຢູ່ດ່ານສະໜາມບິນສາກົນສິບສອງພັນນາມີທ່າອ່ຽງເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ, ໃນນັ້ນຜູ້ເດີນທາງເພື່ອທຸລະກິດເພີ່ມຂຶ້ນ 175% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຜູ້ເດີນທາງໃນໂຄງການສຶກສາ ແລະ ແລກປ່ຽນເພີ່ມຂຶ້ນ 107% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແລະ ຜູ້ເດີນທາງເພື່ອການທ່ອງທ່ຽວເພີ່ມຂຶ້ນ 61% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນຂະນະທີ່ກະແສຜູ້ໂດຍສານຂາເຂົ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ,ພ້ອມດຽວກັນນັ້ນ, ການເດີນທາງໄປຕ່າງປະເທດກໍ່ມີສະພາບການເພີ່ມຂຶ້ນເຊັ່ນດຽວກັນ. ໃນວັນທີ 19 ພະຈິກ, ອັດຕາຜູ້ໂດຍສານຂອງຖ້ຽວບິນຂາອອກ QW6081 ທີ່ບິນໄປປະເທດລາວມີອັດຕາບັນທຸກຜູ້ໂດຍສານສູງເຖິງ 97.3%, ເຊິ່ງສ່ວນໃຫຍ່ແມ່ນກຸ່ມທ່ອງທ່ຽວ. ເຊິ່ງສະແດງໃຫ້ເຫັນແງ່ຂະຫຍາຍຕົວອັນດີງາມຂອງການໄປມາຫາສູ່ກັນຂອງປະຊາຊົນລະຫວ່າງລາວ-ຈີນ ທີ່ແໜ້ນແຟ້ນຍິ່ງຂຶ້ນ.
ເພື່ອຕອບສະໜອງຕໍ່ຄວາມຕ້ອງການຜ່ານດ່ານທີ່ຫຼາກຫຼາຍ ແລະ ປະລິມານຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ,ສະຖານີກວດກາປ້ອງກັນຊາຍແດນຂາເຂົ້າ-ຂາອອກກິ່ງຂວງສິບສອງພັນນາໄດ້ເປີດຕົວຮູບແບບການບໍລິການຜ່ານດ່ານພາສີແບບໃໝ່ຄື: ຫຼຸດຜ່ອນເວລາການກວດກາຢູ່ສະຖານທີ່ຈິງຜ່ານການຄັດກອງຂໍ້ມູນລ່ວງໜ້າ; ການປັບຊ່ອງທາງການກວດກາແບບໃນເວລາຈິງຕາມປະລິມານຜູ້ໂດຍສານສູງສຸດ ແລະ ຕໍ່າສຸດ; ຮັບປະກັນການກວດທັນທີ່ເມື່ອຖ້ຽວບິນມາຮອດ, ເວລາລໍຖ້າຜ່ານດ່ານຂອງຜູ້ໂດຍສານທີ່ເຂົ້າມາຈະສໍາເລັດພາຍໃນ 30 ນາທີ.
ຂໍ້ມູນເຫຼົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວຂອງປະລິມານການຂົນສົ່ງໂດຍສານຂອງດ່ານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງການຮ່ວມມືດ້ານເສດຖະກິດການຄ້າແລະການແລກປ່ຽນວັດທະນະທຳທີ່ເລິກເຊິ່ງຍິ່ງຂຶ້ນລະຫວ່າງລາວ-ຈີນອີກດ້ວຍ. ບາດກ້າວຕໍ່ໄປ ສະຖານີກວດກາປ້ອງກັນຊາຍແດນຂາເຂົ້າ-ຂາອອກກິ່ງຂວງສິບສອງພັນນາຈະສືບຕໍ່ຍົກລະດັບຂັ້ນຕອນຜ່ານດ່ານ, ຍົກລະດັບການບໍລິການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປະກອບສ່ວນຊຸກຍູ້ການແລກປ່ຽນມິດຕະພາບລະຫວ່າງລາວ-ຈີນ ແລະ ຊຸກຍູ້ການພັດທະນາເສດຖະກິດພາກພື້ນໃຫ້ຈະເລີນຮຸ່ງເຮືອງ.