
ວັນທີ 9 ທັນວານີ້, ຄະນະຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ(ສປຊ)ໄດ້ຈັດກອງປະຊຸມເລີ່ມຕົ້ນ“ໜ່ວຍງານເພື່ອນມິດການບໍລິຫານທົ່ວໂລກ” ຢູ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກຂອງອາເມຣິກາໜ່ວຍງານດັ່ງກ່າວໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການ ສປຊ ເປັນປະທານກອງປະຊຸມ, ມີຜູ້ຕາງໜ້າຈາກເກືອບ 40 ປະເທດສະມາຊິກຜູ້ເລີ່ມສ້າງໜ່ວຍງານດັ່ງກ່າວຂອງພາກພື້ນຕ່າງໆໃນໂລກເຂົ້າຮ່ວມ.
ທ່ານຟູ້ຊົ່ງກ່າວວ່າ: ພາຍໃຕ້ການຊີີ້ນຳນຳພາຂອງຂໍ້ລິເລີ່ມການບໍລິຫານທົ່ວໂລກ, ຈີນລິເລີ່ມໃຫ້ສ້າງຕັ້ງໜ່ວຍງານເພື່ອນມິດການບໍລິຫານທົ່ວໂລກ, ເຊິ່ງມີຈຸດປະສົງເພື່ອຮ່ວມກັນກັບແຕ່ລະຝ່າຍ, ເພື່ອເພີ່ມທະວີການແລກປ່ຽນແລະການຮ່ວມມືໃນບັນຫາສຳຄັນໃນຂົງເຂດການບໍລິຫານທົ່ວໂລກ, ຊຸກຍູ້ການສ້າງລະບົບການບໍລິຫານທົ່ວໂລກຢ່າງຍຸຕິທຳແລະສົມເຫດສົມຜົນກວ່າເກົ່າ. ຍິນດີພະຍາຍາມຮ່ວມກັບບັນດາສະມາຊິກໜ່ວຍງານເພື່ອນມິດ, ປະກອບສ່ວນເຂົ້າໃນການປະຕິຮູບແລະປັບປຸງການບໍລິຫານທົ່ວໂລກໃຫ້ສົມບູນກວ່າເກົ່າ.