GDP ​ຂອງ​ຈີນ​ໃນ​ປີ​ນີ້​ຄາດ​ວ່າ​ຈະ​ມີ​ເຖິງ​ປະ​ມານ 1 ແສນ 4 ໝື່ນ​ຕື້ຢວນ

CRI, December 16, 2025
Size:

ໃນກອງປະຊຸມປະຈຳປີກ່ຽວກັບເສດຖະກິດຈີນ 2025-2026 ທີ່ຈັດຂຶ້ນຢູ່ສູນແລກປ່ຽນເສດຖະກິດສາກົນຈີນໃນວັນທີ 13 ທັນວານີ້, ທ່ານ ຮານເວີນຊີ້ວ ຮອງຫົວໜ້າທີ່ຮັບຜິດຊອບວຽກງານປະຈຳວັນຂອງຫ້ອງການຄະນະກຳມະການການເງິນສູນກາງພັກຄອມມູນິດຈີນ,ຫົວໜ້າຫ້ອງການໜ່ວຍງານນຳພາວຽກງານຊົນນະບົດສູນກາງພັກຄອມມູນິດຈີນກ່າວວ່າ: ຕົວເລກດັດຊະນີທີ່ສຳຄັນ 20 ດ້ານທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຈະສຳເລັດຜົນຢ່າງສະດວກ ແລະໄດ້ຊຸກຍູ້ການພັດທະນາວຽກງານພັກ-ລັດໄດ້ຮັບໝາກຜົນທີ່ສຳຄັນແລະໃຫຍ່ຫຼວງອັນໃໝ່. ເມື່ອທົບທວນຄືນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ຈີນໄດ້ຮັບມືກັບສິ່ງທ້າທາຍແລະຜົນກະທົບທີ່ຜິດປົກກະຕິຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງ, ການຕັດຂາດຕ່ອງໂສ້ການສະໜອງແລະຕ່ອງໂສ້ການຜະລິດກັບຈີນທີ່ນຳພາໂດຍອາເມຣິກາ,ໄພພິບັດທຳມະຊາດແລະອື່ນໆຢ່າງມີປະສິດທິຜົນ. ກຳລັງຕົວຈິງທາງດ້ານເສດຖະກິດໄດ້ຮັບການເຕີບໂຕຂຶ້ນຢ່າງຈະແຈ້ງ, GDP ຂອງຈີນໄດ້ບັນລຸ 1 ແສນ 1 ໝື່ນຕື້ຢວນ, 1 ແສນ 2 ໝື່ນຕື້ຢວນ ແລະ 1 ແສນ 3 ໝື່ນຕື້ຢວນຢ່າງລຽນຕິດ,ແລະຄາດວ່າຈະບັນລຸເຖິງປະມານ 1 ແສນ 4 ໝື່ນຕື້ຢວນໃນປີນີ້.