ເ​ຮືອບິນ C909 ​ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 30 ລ້ານ​ເທື່ອຄົນ

CRI, December 15, 2025
Size:

ບໍລິສັດເຮືອບິນການຄ້າຈີນຈໍາກັດເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນ, ເຮືອບິນ C909 ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພ ຈໍານວນຫຼາຍກວ່າ 30 ລ້ານເທື່ອຄົນ, ກວມເອົາຫຼາຍກວ່າ 60% ຂອງເຮືອບິນຜູ້ໂດຍສານສະເພາະເຂດພາຍໃນປະເທດ ແລະໄດ້ດໍາເນີນການບໍລິການຢູ່ຕ່າງປະເທດຈໍານວນ 12 ປະເທດ.

C909 ແມ່ນເຮືອບິນຜູ້ໂດຍສານສະເພາະເຂດໄລຍະກາງແລະໄລຍະສັ້ນ ທີ່ຈີນອອກແບບ ຄົ້ນຄວ້າຜະລິດເອງຕາມມາດຕະຖານສາກົນເທື່ອທໍາອິດ ແລະມີສິດຊັບສິນທາງ ປັນຍາເປັນຂອງຕົນເອງ, ເລີ່ມປະຕິບັດໜ້າທີ່ການບິນຄັ້ງທໍາອິດໃນວັນທີ 28 ມິຖຸນາ 2016.

ປັດຈຸບັນ, ເຮືອບິນ C909 ດໍາເນີນການໂດຍ 3 ບໍລິສັດການບິນຕ່າງປະ ເທດໃນພາກພື້ນອາຊີອາຄະເນ ຄື: ບໍລິສັດການບິນຕຣານສ໊ນູຊາອິນໂດເນເຊຍ, ບໍລິສັດການບິນລາວ ແລະ ບໍລິສັດການບິນຫວຽດເຈັດຂອງຫວຽດນາມ ລວມແລ້ວໄດ້ເປີດເສັ້ນທາງການບິນເກືອບ 20 ສາຍ ທີ່ເຊື່ອມຕໍ່ກັບ 20 ກວ່າເມືອງ.