
ວັນທີ 12 ທັນວານີ້, ດ່ານພາສີນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນແຈ້ງໃຫ້ຮູ້ວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່າສິນຄ້ານຳເຂົ້າ-ສົ່ງອອກຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີມີເຖິງ 726,54 ຕື້ຢວນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງເຂດກວາງຊີ, ມູນຄ່າການຄ້າສອງຝ່າຍບັນເຖິງ 384,22 ຕື້ຢວນ, ເພີ່ມຂຶ້ນ 10%, ກວມເອົາ 52,9% ໃນຍອດມູນຄ່າການຄ້າກັບຕ່າງປະເທດຂອງເຂດກວາງຊີໃນໄລຍະດຽວກັນ.
ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ໃນ 11 ເດືອນຂອງປີ 2025, ການຄ້າລະຫວ່າງເຂດກວາງຊີຈີນກັບອາຊຽນຮັກສາການເຕີບໂຕຢ່າງໝັ້ນທ່ຽງ. ໃນນັ້ນ, ຫວຽດນາມຍັງຄົງເປັນຄູ່ການຄ້າໃຫຍ່ທີ່ສຸດຂອງເຂດກວາງຊີໃນພາກພື້ນອາຊຽນ, ມູນຄ່າການນຳເຂົ້າ-ສົ່ງອອກມີເຖິງ 282,98 ຕື້ຢວນ, ເພີ່ມຂຶ້ນ 7,1%. ພາຍໃຕ້ການຊຸກຍູ້ຈາກປັດໄຈຕ່າງໆ ເຊັ່ນ: ການເລັ່ງສ້າງຕ່ອງໂສ້ອຸດສາຫະກຳຂ້າມຊາດຂອງວັດສະດຸພະລັງງານໃໝ່, ການຄ້າເອເລັກໂຕຣນິກຂ້າມຊາດເຕີບໂຕຢ່າງວ່ອງໄວ ແລະອື່ນໆ, ການຄ້າກັບອິນໂດເນເຊຍ ແລະ ສິງກະໂປມີຈັງຫວະເພີ່ມຂຶ້ນຢ່າງພົ້ນເດັ່ນ, ຕ່າງໄດ້ເພີ່ມຂຶ້ນ 51,7% ແລະ 62,7% ຕາມລຳດັບ. ໃນນັ້ນ, ມູນຄ່າການປຸງແຕ່ງສິນຄ້ານຳເຂົ້າ-ສົ່ງອອກໃນຕະຫຼາດຊາຍແດນໄດ້ເພີ່ມຂຶ້ນ 32,7%, ເຊິ່ງກາຍເປັນຈຸດເດັ່ນໃນການພັດທະນາການຄ້າໃນພາກພື້ນ.