
ວັນທີ 12 ທັນວານີ້, ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2025, ປະລິມານການຜະລິດທັນຍາຫານຂອງຈີນໄດ້ບັນລຸຫຼາຍກວ່າ 715 ລ້ານໂຕນ,ເພີ່ມຂຶ້ນ 8 ລ້ານ 3 ແສນ 7 ໝື່ນ 5 ພັນໂຕນຫຼືເພີ່ມຂຶ້ນ 1,2% ເມື່ອທຽບໃສ່ປີກາຍ,ຮັກສາຢູ່ໃນລະດັບຫຼາຍກວ່າ 700 ລ້ານໂຕນ ເຊິ່ງຖືເປັນການເກັບກ່ຽວທີ່ອຸດົມສົມບູນ.