
ເວລາ 7 ໂມງຂອງວັນທີ 12 ທັນວານີ້, ຢູ່ສູນຍິງສົ່ງອະວະກາດການຄ້າໄຫຫຼຳ, ຈີນໄດ້ຍິງສົ່ງດາວທຽມວົງໂຄຈອນຕ່ຳຈຸທີ 16 ເພື່ອໃຫ້ບໍລິການອິນເຕີເນັດຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານຊາງເຈີ່ງ 12. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ,ເຮັດໃຫ້ພາລະກິດຍິງສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
