
ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທຄົບຮອບ 50 ປີ, ການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນຊີງຂັນ “ມິດຕະພາບ ຈີນ-ໄທ” 2025 ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ນະຄອນຫຼວງບາງກອກຂອງໄທ. ມີນັກກິລາຊາວໜຸ່ມເຍົາວະຊົນດີເດັ່ນ 25 ຄົນຈາກແຂວງຫູເປີຍແລະແຂວງສານຊີ່ຂອງຈີນແລະນັກກິລາດີເດັ່ນຂອງໄທ 25 ຄົນເຂົ້າຮ່ວມແຂ່ງຂັນ, ຜ່ານການແຂ່ງຂັນຢ່າງຟົດຟື້ນເປັນເວລາ 2 ວັນ, ການແຂັ່ງຂັນດັ່ງກ່າວໄດ້ສິ້ນສຸດລົງຢ່າງຈົບງາມໃນວັນທີ 7 ທັນວານີ້. ໃນຖານະເປັນໜຶ່ງໃນກິດກະຈຳແລກປ່ຽນດ້ານກິລາແລະວັດທະນະທຳທີ່ສຳຄັນໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທຄົບຮອບ 50 ປີ, ການແຂ່ງຂັນຄັ້ງນີ້ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” , ມີຈຸດປະສົງເພື່ອຖືເອົາກິລາປິ່ງປ່ອງເປັນຂົວຕໍ່ແຫ່ງການຮ່ວມມືໄມຕີຈິດລະຫວ່າງຊາວໜຸ່ມເຍົາວະຊົນສອງປະເທດ.
