ດ່ານ​ກ່ວນ​ເຫຼີຍ​ແຂວງ​ຢຸນ​ນານ​ຈີນເປີດ​ບໍ​ລິ​ການ​ຄົບ​ຮອບ 1 ປີ

CRI, December 10, 2025
Size:

ວັນທີ 9 ທັນວານີ້, ອົງການດ່ານພາສີສິບສອງພັ່ນນາແຂວງຢຸນນານຈີນແຈ້ງໃຫ້ຮູ້ວ່າ: ດ່ານກ່ວນເຫຼີຍໄດ້ເປີດບໍລິການຕໍ່ພາຍນອກເປັນເວລາ 1 ປີແລ້ວ, ການສົ່ງອອກແລະນຳເຂົ້າສິນຄ້າຜ່ານດ່ານດັ່ງກ່າວໄດ້ບັນລຸຫຼາຍກວ່າ 2 ແສນ 6 ໝື່ນໂຕນ, ເພີ່ມຂຶ້ນຫຼາຍກວ່າ 70% ແລະມີມູນຄ່າຫຼາຍກວ່າ 2,6 ຕື້ຢວນ ເພີ່ມຂຶ້ນຫຼາຍກວ່າ 124%, ປະເພດສິນຄ້າທີ່ຈັບຕ້ອງໄດ້ເພີ່ມຂຶ້ນເປັນ 2.100 ກວ່າຊະນິດ.

ດ່ານກ່ວນເຫຼີຍຕັ້ງຢູ່ເມືອງເມືອງຫຼ້າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນນານຂອງຈີນ,ແມ່ນດ່ານທຳອິດທີ່ລາວ,ມຽນມາ,ໄທແລະປະເທດສະມາຊິກອາຊຽນອື່ນໆຜ່ານເຂົ້າສູ່ຈີນຕາມທາງນ້ຳຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ວັນທີ 10 ທັນວາປີ 2024, ດ່ານກ່ວນເຫຼີຍໄດ້ເປີດບໍລິການຕໍ່ພາຍນອກຢ່າງເປັນທາງການ.