
ວັນທີ 9 ທັນວານີ້, ງານມະຫະກຳກິລາຊີເກມຄັ້ງທີ 33 ໄດ້ໄຂຂຶ້ນຢູ່ສະໜາມກິລາ ຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກຂອງໄທ. ນີ້ແມ່ນເທື່ອທີ 7 ທີ່ໄທໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກຳກິລາລະດັບພາກພື້ນດັ່ງກ່າວທີ່ຈັດຂຶ້ນທຸກສອງປີ.
ພິທີໄຂງານມະຫະກຳກິລາຊີເກມຄັ້ງນີ້ພາຍໃຕ້ແນວຄິດ “ສາມັກຄີເປັນຈິດໜຶ່ງໃຈດຽວ”, ໂດຍໄດ້ຫວນຄືນຄວາມເປັນມາຂອງຊີເກມ ໂດຍຜ່ານການສະແດງແສງສີສຽງ, ແລະໄດ້ຈັດການເດີນຂະບວນສວນສະໜາມຂອງຄະນະນຳແລະນັກກິລາ, ການສາບານຕົວ, ການຈູດທວນໄຟແລະອື່ນໆ. ງານຄັ້ງນີ້ພາຍໃຕ້ຄຳຂວັນ “ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ”, ໂດຍຈະມີການແຂ່ງຂັນ 50 ປະເພດກິລາ, ຈະແຂ່ງຂັນກັນຈົນໄປເຖິງວັນທີ 20 ທັນວາ 2025 ຈຶ່ງສຳເລັດ. ມີນັກກິລາ 8.000 ກວ່າຄົນທີ່ມາຈາກ 11 ປະເທດໃນອາຊີຕາເວັນອອກສຽງໃຕ້ເຂົ້າຮ່ວມ, ການແຂ່ງຂັນຕ່າງໆຈະຈັດຂຶ້ນຢູ່ນະຄອນຫຼວງບາງກອກ, ຊົນບູຣີ ແລະແຫ່ງອື່ນໆຂອງໄທ.