ພິທີປິດໂຄງການ “ກິດຈະກຳແລກປ່ຽນທູດການທ່ອງທ່ຽວຊາວໜຸ່ມຂອງບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຈັດຂຶ້ນຢູ່ນະຄອນສຽມລຽບ

lmcchina.org, December 9, 2025
Size:

ພິທີປິດໂຄງການ “ກິດຈະກຳແລກປ່ຽນທູດການທ່ອງທ່ຽວຊາວໜຸ່ມຂອງບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM” ໄດ້ຈັດຂຶ້ນຢູ່ນະຄອນສຽມລຽບຂອງກຳປູເຈຍ ໃນວັນທີ 21 ພະຈິກ 2025, ໂດຍມີທ່ານ ຫວັ່ງເວີນປິ່ນ (Wang Wenbin), ເອກອັກຄະລັດຖະທູດ ສປ ຈີນ ປະຈຳກຳປູເຈຍ, ທ່ານ HUOT Hak, ລັດຖະມົນຕີກະຊວງການທ່ອງທ່ຽວ ກຳປູເຈຍ, ທ່ານ MEAS KIM HENG, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ກໍາປູເຈຍ ໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ກ່າວຄຳປາໄສຕາມລໍາດັບ.

ບັນດາປະເທດ LM ມີຊັບພະຍາກອນການທ່ອງທ່ຽວທີ່ອຸດົມສົມບູນ, ຂະແໜງການທ່ອງທ່ຽວແມ່ນຫົວຈັກສຳຄັນ ທີ່ຊຸກຍູ້ການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ. “ກິດຈະກຳແລກປ່ຽນທູດການທ່ອງທ່ຽວຊາວໜຸ່ມຂອງບັນດາປະເທດ LM” ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດ ການຮ່ວມມື LM, ມີຈຸດປະສົງເພື່ອຍົກສູງປະສິດທິຜົນຂອງການໂຄສະນາ, ຄວາມສາມາດຂອງການປະດິດສ້າງໃໝ່ ແລະ ລະດັບການຮ່ວມມືລະຫວ່າງຂະແໜງການທ່ອງທ່ຽວຂອງບັນດາປະເທ LM ອີກບາດກ້າວໜຶ່ງ ໂດຍຜ່ານການເສີມຂະຫຍາຍທ່າແຮງຂອງຊາວໜຸ່ມ, ກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມ ແລະ ສະໜັບສະໜູນການໄປມາຫາສູ່ກັນລະຫວ່າງຊາວໜຸ່ມດ້ວຍກັນ.

ທ່ານ ຫວັ່ງເວີນປິ່ນ ກ່າວວ່າ: ກິດຈະກຳຄັ້ງນີ້ ຈະມອບໃບຢັ້ງຢືນ “ທູດການທ່ອງທ່ຽວ” ໃຫ້ແກ່ຊາວໜຸ່ມຈາກປະເທດ LM 26 ຄົນ, ຫວັງວ່າ ຈະມີຊາວໜຸ່ມຫຼາຍກວ່າເກົ່າຈາກພາກພື້ນນີ້ ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ກາຍເປັນຂົວຕໍ່ທີ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ເປັນສາຍພານທີ່ເສີມສ້າງມິດຕະພາບລະຫວ່າງປະເທດຕ່າງໆ.