
ວັນທີ 8 ທັນວານີ້, ກົມໃຫຍ່ພາສີຈີນໄດ້ເປີດເຜີຍຂໍ້ມູນໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ໃນ 11 ເດືອນຂອງປີນີ້, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ໃຊ້ບໍລິການຄືນເງິນພາສີກ່ອນອອກເມືອງໄດ້ເພີ່ມຂຶ້ນ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ມູນຄ່າການຈຳໜ່າຍສິນຄ້າຄືນເງິນພາສີແລະມູນຄ່າການຄືນເງິນພາສີໄດ້ເພີ່ມຂຶ້ນ 98,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ນັບມາຮອດທ້າຍເດືອນພະຈິກປີນີ້, ຮ້ານຄ້າທີ່ໃຫ້ບໍລິການຄືນເງິນພາສີຂອງຈີນໄດ້ມີເຖິງ 12.252 ແຫ່ງ, ໃນນັ້ນຮ້ານຄ້າທີ່ໃຫ້ບໍລິການ “ຄືນເງິນພາສີທັນທີເມື່ອຊື້ສິນຄ້າ” ມີຫຼາຍກວ່າ 7 ພັນແຫ່ງ. ການບໍລິການດ້ານການຄືນເງິນພາສີໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສາມາດຕອບສະໜອງຄວາມຕ້ອງການດ້ານການຄືນເງິນພາສີຂອງນັກທ່ອງທ່ຽວຕ່າງປະເທດໄດ້ດີກວ່າເກົ່າ,ທັງໄດ້ຊຸກຍູ້ຄວາມນິຍົມຂອງນັກທ່ອງທ່ຽວຕ່າງປະເທດໃນການເຂົ້າມາທ່ຽວຈີນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.