
ເວລາ 11 ໂມງ 41 ນາທີຂອງວັນທີ 9 ທັນວານີ້, ຢູ່ສູນຍິງສົ່ງດາວທຽມຈີວສວນແຂວງກ່ານຊູ້,ຈີນໄດ້ຍິງສົ່ງດາວທຽມສຳຫຼວດໄລຍະໄກເລກ 47 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານຊາງເຈີ່ງ-4B. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ,ເຮັດໃຫ້ພາລະກິດຍິງສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ດາວທຽມສຳຫຼວດໄລຍະໄກເລກ 47 ຕົ້ນຕໍແມ່ນໃຊ້ເຂົ້າໃນຂົງເຂດການສຳຫຼວດທີ່ດິນທົ່ວໄປ,ການວາງແຜນຜັງເມືອງ,ການອອກແບບຕາໜ່າງເສັ້ນທາງ,ການຄາດຄະເນຜົນຜະລິດກະສິກຳ,ການຄຸ້ມຄອງສະພາບແວດລ້ອມ,ການປ້ອງກັນແລະຫຼຸດຜ່ອນໄພພິບັດຢ່າງຮອບດ້ານແລະຂົງເຂດອື່ນໆ.