ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລຸ່ມແມ່ນ້ຳຂອງຄັ້ງທີ 159 ລະຫວ່າງຈີນ-ລາວ-ມຽນມາ-ໄທ ໄດ້ສຳເລັດລົງຢ່າງຈົບງາມ

CRI, December 8, 2025
Size:

ວັນທີ 5 ທັນວານີ້, ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍເລກທີ 53107 ຂອງຝ່າຍຈີນທີ່ເຂົ້າຮ່ວມການຝຶກຊ້ອມຮ່ວມລະຫວ່າງຈີນ-ລາວ-ມຽນມາ ໄດ້ເຂົ້າທຽບທ່າກຳປັ່ນທີ່ກ່ຽວຂ້ອງຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ, ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລຸ່ມແມ່ນ້ຳຂອງຄັ້ງທີ 159 ກໍຄືກິດຈະກໍາແລກປ່ຽນດ້ານການປະຕິບັດກົດໝາຍຕ່າງໆລະຫວ່າງຈີນ-ລາວ-ມຽນມາ-ໄທ ໄດ້ສຳເລັດລົງຢ່າງຈົບງາມ.

ການເຄື່ອນໄຫວຄັ້ງນີ້ໄດ້ເລີ່ມຂຶ້ນໃນວັນທີ 25 ພະຈິກແລ້ວນີ້, ໃນການເຄື່ອນໄຫວຮ່ວມທີ່ດໍາເນີນເປັນເວລາ 11 ວັນ, ພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງຈີນ-ລາວ-ມຽນມາ-ໄທ ໄດ້ແຕ່ງຕັ້ງກໍາປັ່ນປະຕິບັດກົດໝາຍ 7 ລໍາ ແລະ ເຈົ້າໜ້າທີ່ປະຕິບັດກົດໝາຍ 160 ກວ່າຄົນ, ໂດຍໄດ້ເດີນເຮືອລາດຕະເວນ 1.600 ກວ່າກິໂລແມັດ.

ໃນໄລຍະຝຶກຊ້ອມຮ່ວມ, ຈີນ-ລາວ-ມຽນມາ ໄດ້ນໍາໃຊ້ການເຄື່ອນໄຫວກວດກາ ແລະ ນໍາຈັບຜູ້ຮ້າຍແບບສະເທີນນ້ຳສະເທີນບົກຢູ່ເຂດນໍ້າທີ່ເປັນຈຸດສຸມ ແລະ ອ່ອນໄຫວຂອງແມ່ນ້ຳຂອງ, ໄດ້ກວດກາເຮືອສັນຈອນໄປມາຂອງປະເທດຕ່າງໆ 19 ລໍາ ແລະ ຜູ້ກ່ຽວ 175 ຄົນ ພ້ອມດ້ວຍສິນຄ້າ 3.400 ກວ່າໂຕນ, ໂດຍໄດ້ປາບປາມການກະທໍາທີ່ຜິດກົດໝາຍ ແລະ ການກໍ່ອາຊະຍາກຳປະເພດຕ່າງໆຢູ່ລຸ່ມແມ່ນໍ້າຂອງຢ່າງມີປະສິດທິຜົນ.