ຈັດງານ​ສຳ​ມະ​ນາ​ແລກ​ປ່ຽນ​ກົດ​ໝາຍ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ປີ 2025 ​ຢູ່​ນະ​ຄອນ​ນານ​ໜີງ

CRI, December 8, 2025
Size:

ວັນທີ 4 ທັນວານີ້, ງານສຳມະນາແລກປ່ຽນກົດໝາຍການລົງທຶນຈີນ-ອາຊຽນປີ 2025 ໄດ້ຈັດຂຶ້ນຢູ່ນະຄອນນານໜີງເຂດກວາງຊີຈີນ. ຜູ້ແທນຈາກພາກລັດ, ວິສາຫະກິດແລະວົງການກົດໝາຍ 95 ທ່ານທີ່ມາຈາກຈີນ, ອິນໂດເນເຊຍ, ລາວ, ມາເລເຊຍ, ສິງກະໂປ, ມຽນມາແລະປະເທດອື່ນໆໄດ້ເຂົ້າຮ່ວມງານດັ່ງກ່າວ.

ງານສຳມະນາຄັ້ງນີ້ ພາຍໃຕ້ຫົວຂໍ້ “ຊຸກຍູ້ການແລກປ່ຽນກົດໝາຍການລົງທຶນ, ລົງເລິກການຮ່ວມມືເສດຖະກິດການຄ້າຈີນ-ອາຊຽນ”. ໃນງານດັ່ງກ່າວ, ຜູ້ຊ່ຽວຊານຈາກກົມສົນທິສັນຍາແລະກົດໝາຍກະຊວງການຄ້າຈີນ ໄດ້ນຳສະເໜີລະບົບກົດໝາຍການລົງທຶນສຳລັບນັກທຸລະກິດຕ່າງປະເທດຂອງຈີນ ແລະການພັດທະນາຫຼ້າສຸດຂອງລະບົບນີ້, ບັນດາເຈົ້າໜ້າທີ່ລັດຖະບານຂອງບັນດາປະເທດສະມາຊິກອາຊຽນຕ່າງໄດ້ນຳສະເໜີກ່ຽວກັບລະບົບກົດໝາຍການລົງທຶນສຳລັບນັກທຸລະກິດຕ່າງປະເທດຂອງປະເທດຕົນ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ລົງເລິກຫາລືກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ລະບົບກົດໝາຍອຸດສາຫະກຳລົດພະລັງງານໃໝ່ ແລະອື່ນໆ.