
ວັນທີ 4 ທັນວານີ້, ກະຊວງທ່ອງທ່ຽວກຳປູເຈຍປະກາດບົດລາຍງານສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າ 1.000.200 ເທື່ອຄົນ, ເພີ່ມຂຶ້ນ 44,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຮັດໃຫ້ຈີນກາຍເປັນປະເທດແຫຼ່ງນັກທ່ອງທ່ຽວໃຫຍ່ອັນດັບສອງຂອງກຳປູເຈຍໃນ 10 ເດືອນຂອງປີນີ້.