
ການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວຄຶກຄັກເປັນພິເສດຢູ່ເຂດຊາຍແດນລະຫວ່າງເມືອງຕົງຊິງ,ກວາງຊີ ຈີນ ແລະ ເມືອງມອງກາຍ (Mong Cai) ຫວຽດນາມ ຂະນະທີ່ ນັບແຕ່ຕົ້ນປີ 2025 ເຫັນວ່າຢູ່ເຂດດ່ານເມືອງຕົງຊິງມີການຂົນສົ່ງສິນຄ້າຜ່ານທັງໝົດ 414.100 ໂຕນ, ມູນຄ່າ 6.627 ຕື້ຢວນ.
ໃນວັນທີ 4 ທັນວາ 2025, ບັນດາຄະນະນັກຂ່າວຈາກອາຊຽນ-ຈີນ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ຮ່ວມເດີນທາງທັດສະນະສຶກສາ ແລະ ເກັບກໍາຂໍ້ມູນຂ່າວສານທີ່ເປັນປະໂຫຍດຢູ່ເຂດຊາຍແດລະຫວ່າງເມືອງຕົງຊິງ,ກວາງຊີ ຈີນ ແລະ ເມືອງມອງກາຍ (Mong Cai) ຫວຽດນາມ ເຊິ່ງໄດ້ຮັບຮູ້ວ່າເຂດຊາຍແດນແຫ່ງນີ້ບໍ່ພຽງມີບົດບາດສໍາຄັນສໍາລັບສອງປະເທດຈີນ-ຫວຽດນາມໃນດ້ານການຄ້າ, ການທ່ອງທ່ຽວ ແລະ ການລົງທຶນເທົ່ານັ້ນ ຫາກຍັງມີບົດສໍາຄັນຕໍ່ບັນດາສະມາຊິກອາຊຽນ ແລະ ສາກົນເຊັ່ນກັນໂດຍະເພາະມັນເປັນສ່ວນຫນຶ່ງໃນການປະກອບສ່ວນເຂົ້າໃນຂໍ້ລິເລີ່ມ“ຫນຶ່ງແລວຫນຶ່ງເສັ້ນທາງ“.

ຕະຫລອດຊຸມປີຜ່ານມາ, ເຂດຊາຍແດນລະຫວ່າງເມືອງຕົງຊິງ,ກວາງຊີ ຈີນ ແລະ ເມືອງມອງກາຍ (Mong Cai) ຫວຽດນາມໄດ້ກາຍເສັ້ນເລືອດນ້ອຍສໍາຄັນປະກອບສ່ວນຊຸກຍູ້ ແລະ ສົ່ງເສີມເຂດການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງປະເທດ,ພາກພື້ນ ແລະ ສາກົນໂດຍສະເພາະຢູ່ເຂດຊາຍແແດນຕົງຊິງແມ່ນໜຶ່ງໃນຈຳນວນ 26 ເຂດການຄ້າຊາຍແດນລະຫວ່າງປະເທດໄດ້ຮັບການອະນຸມັດໂດຍລັດຖະບານກໍຄືເຂດກວາງຊີ, ຕັ້ງຢູ່ທິດຕາເວັນຕົກສຽງໃຕ້ຂອງເມືອງຕົງຊິງຈີນ, ກົງກັນຂ້າມກັບທ່າເຮືອ ແທງຕ໋ຽມ,ເມືອງມອງກາຍ, ຫວຽດນາມ. ແມ່ນເຂດການຄ້າສອງຝ່າຍທີ່ມີຊາຍແດນໃຫຍ່ກວ່າໝູ່ຢູ່ກວາງຊີ ແລະແຫ່ງດຽວທີ່ດຳເນີນການຢູ່ຕົງຊິງໃນປະຈຸບັນ. ດັ່ງທີ່ນໍາກັນວ່ານີ້ຄືການປະຕິບັດໜ້າທີ່ການເມືອງໃຫຍ່ 3 ຂໍ້ຄື: ເຊື່ອມໂຍງກັບຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແຫ່ງຊາດ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ຫວຽດນາມ ແລະ ຮັບປະກັນຄວາມໝັ້ນຄົງເຂດຊາຍແດນ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາ.

ຕາມຂໍ້ມູນຂອງເມືຶອງຕົງຊິງໄດ້ລາຍງານໃຫ້ຮູ້ວ່າ: ສະຖິຕິການຄ້າໃນປີ 2024: ສິນຄ້າຜ່ານເຂດການຄ້າຊາຍແດນຕົງຊິງມີທັງໝົດປະມານ 635.500 ໂຕນ, ມູນຄ່າ 14.548 ຕື້ຢວນ, ສະເພາະຕົ້ນປີ 2025 ນີ້ ປະລິມານສິນຄ້າຜ່ານທັງໝົດ 414.100 ໂຕນ, ມູນຄ່າ 6.627 ຕື້ຢວນ.