ໄທປະ​ກາດ​ຍຶດ​ຊັບ​ສິນ 10 ຕື້ກວ່າ​ບາດ​ຈາກ​ກຸ່ມ​ຫຼອກ​ລວງ​ຂ້າມ​ຊາດ

CRI, December 4, 2025
Size:

ວັນທີ 4 ທັນວານີ້, ສື່ມວນຊົນໄທລາຍງານວ່າ: ສຳນັກງານປ້ອງກັນແລະປາບປາມການຟອກເງິນຂອງໄທໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 3 ທັນວານີ້ວ່າ: ໃນການເຄື່ອນໄຫວຫວ່າງມໍ່ໆມານີ້, ຍຶດໄດ້ຊັບສິນ 10 ຕື້ກວ່າບາດຈາກກຸ່ມຫຼອກລວງຂ້າມຊາດ 4 ແຫ່ງ, ລວມທັງລົດຫຼູ, ກຳປັ່ນ, ບັນຊີທະນາຄານແລະທີ່ດິນ, ຕຳຫຼວດຍັງໄດ້ອອກຄຳສັ່ງຈັບຕົວຜູ້ຕ້ອງຫາ 42 ຄົນ, ຈັບໄດ້ 29 ຄົນ, ໃນຈຳນວນນີ້ຖືກຕັ້ງຂໍ້ຫາອາດຊະຍາກຳຫຼອກລວງ, ຟອກເງິນ ແລະອື່ນໆ.