ກຳປັ່ນປ້ອງກັນ “ເຈິນ ຫຶງ ດາວ” ຂອງກອງທັບເຮືອຫວຽດນາມຢ້ຽມຢາມນະຄອນຊິງຕາວແຂວງຊ່ານຕຸ່ງຈີນ

CRI, December 3, 2025
Size:

ຕອນເຊົ້າວັນທີ 1 ທັນວານີ້, ກຳປັ່ນປ້ອງກັນ “ເຈິນ ຫຶງ ດາວ” ຂອງກອງທັບເຮືອຫວຽດນາມໄດ້ເດີນທາງໄປເຖິງທ່າກຳປັ່ນທະຫານແຫ່ງໜຶ່ງທີ່ນະຄອນຊິງຕາວແຂວງຊ່ານຕຸ່ງຂອງຈີນ, ເລີ່ມດຳເນີນກິດຈະກຳຢ້ຽມຢາມແລກປ່ຽນເປັນເວລາ 4 ວັນ.

ໃນໄລຍະຢ້ຽມຢາມ, ສອງກອງທັບເຮືອຈີນແລະຫວຽດນາມຈະຈັດການຢ້ຽມຊົມກຳປັ່ນ, ງານລ້ຽງຢູ່ເທິງດາດຟ້າກຳປັ່ນ, ການແລກປ່ຽນດ້ານວັດທະນະທຳ, ການຊ້ອມຮົບຮ່ວມແລະກິດຈະກຳອື່ນໆ. ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງສອງກອງທັບເຮືອຈີນແລະຫວຽດນາມ, ລົງເລິກມິດຕະພາບລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຕື່ມອີກ.