
ສະຖານທູດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຈັດງານລ້ຽງສະເຫຼີມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ໃນຕອນຄໍ່າວັນທີ 2 ທັນວາ 2025 ຢູ່ນະຄອນຫຼວງປັກກິ່ງ ໂດຍມີ ທ່ານ ເຜິງຊິ່ນຮວາ ຮອງປະທານ ຄະນະ ປະຈຳສະພາປະຊາຊົນແຫ່ງຊາດຈີນ, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ບັນດາທູຕານຸທູດປະຈໍາ ສປ ຈີນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ຂຶ້ນກ່າວຄໍາເຫັນໂດຍຍົກໃຫ້ເຫັນວ່າ: ຕະຫຼອດ 50 ປີຜ່ານມາ, ປະຊາຊົນລາວສາມາດຍາດໄດ້ຜົນສໍາເລັດຢ່າງຕໍ່ເນື່ອງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ໂສມໜ້າປະເທດຊາດມີການປ່ຽນແປງໃໝ່ໃຫຍ່ຫຼວງຮອບດ້ານ, ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ, ສາມັກຄີ, ປອງດອງ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ໂດຍສະເພາະນັບແຕ່ປີ 1986 ເປັນຕົ້ນມາ, ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ ການພັດທະນາເສດຖະກິດ-ສັງຄົມຂອງລາວ ມີຜົນສໍາເລັດອັນສໍາຄັນ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍບັນລຸໄດ້ 5,8% ຕໍ່ປີ. ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງແມ່ນບູລິມະສິດຂອງພັກ ແລະ ລັດ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ, ການສ້າງລັດປະຊາ ທິປະໄຕ ປະຊາຊົນເປັນລັດທີ່ປົກຄອງໂດຍກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ.

ທ່ານ ສົມພອນ ສີຈະເລີນ ຍັງໄດ້ຍົກໃຫ້ເຫັນການເປີດກວ້າງການພົວພັນຮ່ວມມືກັບຕ່າງປະ ເທດ ແລະ ຮ່ວມມືສາກົນຂອງລາວທີ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດ ຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ; ສົ່ງເສີມການພົວພັນຮ່ວມມືກັບຕ່ງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສປປ ລາວ ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ເຄື່ອນໄຫວຢ່າງຫ້າວຫັນໃນຂອບການຮ່ວມມືສາກົນ ແລະ ພາກພື້ນ ເຊັ່ນ: ອົງການ ສປຊ, ອາຊຽນ ແລະ ອື່ນໆ ຫຼາຍກວ່າ 40 ອົງການ, ໃນເດືອນກັນຍາ 2025 ສປປ ລາວ ໄດ້ຖືກຮັບເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້. ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 151 ປະເທດ, ພັກ ປປ ລາວ ມີການພົວພັນກັບພັກການເມືອງ 145 ພັກ.
ທ່ານ ສົມພອນ ສີຈະເລີນ ກ່າວຕື່ມວ່າ: ການພົວພັນຮ່ວມມືລະຫວ່າງລາວ ແລະ ຈີນ ທີ່ມີມິດຕະພາບອັນຍາວນານ ແລະ ຮ່ວມຊາຕາກໍານໍາກັນ. ປັດຈຸບັນ ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດ ຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບທີ 2 (2024-2028). ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປົກປ້ອງຜົນປະໂຫຍດອັນເປັນແກ່ນກາງຂອງກັນ ແລະ ກັນ, ທັງປະສານສົມທົບກັນໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ຍຶດໝັ້ນນະໂຍບາຍຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບຂອງການນໍາຂັ້ນສູງສຸດຂອງສອງປະເທດ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ຂອງການພົວພັນລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດນັບມື້ຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ກໍຄື ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

ພາຍໃນງານ, ຍັງໄດ້ຈັດການວາງສະແດງຮູບພາບ ແລະ ຜະລິດຕະພັນຈາກລາວ, ເຊິ່ງສະແດງໃຫ້ເຫັນເຖິງການໄປມາຫາສູ່ກັນລະຫວ່າງການນຳ ແລະ ການຮ່ວມມືໃນຂົງເຂດຕ່າງໆ ລະຫວ່າງສອງປະເທດ.