ວັນທີ 2 ທັນວານີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງສານອວຍພອນເຖິງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີເຊິ່ງມີເນື້ອໃນວ່າ: ໃນ 50 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ພາລະກິດສ້າງສາສັງຄົມນິຍົມຂອງລາວໄດ້ຮັບຜົນສຳເລັດຢ່າງຈະແຈ້ງ.ພາຍໃຕ້ການຊີ້ນຳຍຸດທະສາດຈາກຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ລາວ,ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວໄດ້ຮັບການພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງແລະຕໍ່ເນື່ອງ,ແລະໄດ້ຮັບໝາກຜົນທີ່ອຸດົມສົມບູນ. ຂ້າພະເຈົ້າຍິນດີຮ່ວມກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນ,ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງການນຳຂັ້ນສູງ,ຖືເອົາການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 65 ປີໃນປີໜ້າເປັນໂອກາດ,ເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງສອງຝ່າຍແລະຫຼາຍຝ່າຍ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.