ວັນທີ 2 ທັນວານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານອວຍພອນເຖິງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີ ເຊິ່ງມີເນື້ອໃນວ່າ: ໃນ 50 ປີຜ່ານມາ, ເສດຖະກິດແລະສັງຄົມຂອງລາວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ,ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ,ຖານະບົດບາດຂອງລາວໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວໄດ້ຮັບການພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງແລະຕໍ່ເນື່ອງ,ໂຄງການຮ່ວມມືທີ່ສຳຄັນໄດ້ຮັບການຊຸກຍູ້ເປັນກ້າວໆຢ່າງໝັ້ນທ່ຽງ. ທັງໝົດນີ້ໄດ້ນຳເອົາຜົນປະໂຫຍດແທ້ຈິງມາໃຫ້ແກ່ປະຊາຊົນສອງປະເທດ. ປີໜ້າແມ່ນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 65 ປີ, ຂ້າພະເຈົ້າຍິນດີຮ່ວມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານຍຸດທະສາດລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດເປັນພື້ນຖານ,ຊີ້ນຳບັນດາພາກສ່ວນແລະແຕ່ລະທ້ອງຖິ່ນຂອງສອງຝ່າຍເພີ່ມທະວີການຮ່ວມມື,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບໃໝ່.