ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ອ່ານໜິງ-ເບີລິສ-ກົວລາລຳເປີ” ລະຫວ່າງຈີນ-ລາວ-ໄທ-ມາເລເຊຍ

CRI, December 1, 2025
Size:

ວັນທີ 28 ພະຈິກນີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ອ່ານໜິງ-ເບີລິສ-ກົວລາລຳເປີ” ລະຫວ່າງຈີນ-ລາວ-ໄທ-ມາເລເຊຍ ໄດ້ເປີດບໍລິການຢ່າງເປັນທາງການໂດຍໄດ້ບັນທຸກຜະລິດຕະພັນແກ່ນດອກຕາເວັນ ທີ່ໄດ້ຮັບການຢັ້ງຢືນຈາກແຂວງຢຸນນານອອກເດີນທາງຈາກເມືອງອ່ານໜິງນະຄອນຄຸນໝິງຈີນ, ແລ້ວອອກຊາຍແດນຜ່ານທາງລົດໄຟລາວ-ຈີນ, ຜ່ານທ່າທາງບົກນະຄອນຫຼວງວຽງຈັນຂອງລາວ, ທ່າທາງບົກເບີລິສຂອງມາເລເຊຍ, ສຸດທ້າຍຮອດນະຄອນຫຼວງກົວລາລຳເປີ, ເສັ້ນທາງຂົນສົ່ງສາຍນີ້ໄດ້ນຳໃຊ້ຮູບແບບຂົນສົ່ງແບບປະສົມຄື “ທາງລົດໄຟ+ທາງຫຼວງ”, ເຊິ່ງໄດ້ສ້າງເສັ້ນທາງຈໍລະຈອນສິນຄ້າທີ່ໝັ້ນທ່ຽງລະຫວ່າງນະຄອນຄຸ່ນໝິງຈີນແລະເມືອງທ່າທາງບົກຂອງມາເລເຊຍ.