ສ​ປ​ປ ລາວ ກ່າວ​ຢ້ຳ​​ວ່າ ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ

CRI, December 1, 2025
Size:

ວັນທີ 28 ພະຈິກນີ້, ກະຊວງການຕ່າງປະເທດ ສປປ ລາວ ໄດ້ປະກາດບົດຂ່າວສະບັບໜຶ່ງ, ໂດຍຊີ້ໃຫ້ເຫັນວ່າ: ປີ 2025 ເປັນປີທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວສະຖາປະນາຂຶ້ນຄົບຮອບ 50 ປີ, ທັງເປັນປີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດໂລກຄົບຮອບ 80 ປີແລະວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 80 ປີ, ຍັງແມ່ນປີລະນຶກ ສປປ ລາວ ເຂົ້າຮ່ວມອົງການສະຫະປະຊາຊາດຄົບຮອບ 70 ປີ, ຈຸດປະສົງສຳຄັນຂອງການສ້າງຕັ້ງອົງການສະຫະປະຊາຊາດ ກໍ່ແມ່ນເພື່ອປົກປັກຮັກສາລະບຽບສາກົນຫຼັງສົງຄາມໂລກຄັ້ງທີ 2. ເນື່ອໃນໂອກາດນີ້, ສປປ ລາວ ໄດ້ກ່າວຢ້ຳ ຫຼັກໝັ້ນທີ່ຕົນປະຕິບັດມາໂດຍຕະຫຼອດ ຄື: ເດັດດ່ຽວສະໜັບສະໜູນມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ເດັດດ່ຽວປະຕິບັດຕາມຫຼັກການປະເທດຈີນດຽວ, ຮັບຮອງໄຕ້ຫວັນເປັນພາກສ່ວນໜຶ່ງທີ່ຕັດແຍກບໍ່ໄດ້ຂອງຜືນແຜ່ນດິນສາທາລະນະລັດປະຊາຊົນຈີນ, ຄັດຄ້ານການກະທຳທີ່ແຊກແຊງວຽກງານພາຍໃນຂອງຈີນທຸກຮູບແບບ.