
ວັນທີ 20 ພະຈິກນີ້, ຄະນະຜູ້ແທນຊາວໜຸ່ມລາວທີ່ເຂົ້າຮ່ວມຊຸດສຳມະນາຜູ້ນຳພາຊາວໜຸ່ມຢູ່ຈີນໄດ້ເດີນທາງໄປທັດສະນະສຶກສາຢູ່ສູນບັນຊາການຂະບວນລົດໄຟຈີນ-ເອີຣົບຢູ່ທີ່ນະຄອນເຈີ້ງໂຈ່ວແຂວງເຫີນານຈີນ, ໂດຍໄດ້ຮັບຮູ້ກ່ຽວກັບຄວາມເປັນມາ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດຕົວຈິງຂອງນະຄອນເຈີ້ງໂຈ່ວໃນການພັດທະນາເຄືອຂ່າຍເສັ້ນທາງຄົມມະນາຄົມທີ່ເຊື່ອມຕໍ່ໄປທຸກທິດທາງ ເຊິ່ງລວມທັງການເຊື່ອມຕໍ່ຂະບວນລົດໄຟຈີນ-ເອີຣົບ ແລະ ເສັ້ນທາງລົດໄຟລາວ-ຈີນ.

ຕອນບ່າຍມື້ດຽວກັນ, ຄະນະຜູ້ແທນຊາວໜຸ່ມລາວໄດ້ໄປທັດສະນະສຶກສາຢູ່ສຳນັກງານໃຫຍ່ບໍລິສັດ MIXUE ທີ່ຕັ້ງຢູ່ນະຄອນເຈີ້ງໂຈ່ວ, ທັງໄດ້ແລກປ່ຽນກັບຜູ້ແທນຊາວໜຸ່ມແຂວງເຫີນານ. ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບວຽກງານຊຸກຍູ້ການສ້າງທຸລະກິດໃໝ່ຂອງຊາວໜຸ່ມ. ສອງຝ່າຍເປັນເອກະພາບກັນເຫັນວ່າ, ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັບຍຸດທະສາດຂອງລັດຖະບານລາວທີ່ຫັນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດທີ່ເຊື່ອມຈອດປະເທດອ້ອມຂ້າງ ແລະ ພາກພື້ນ”, ເຊິ່ງໄດ້ສ້າງກາລະໂອກາດທີ່ສຳຄັນໃຫ້ແກ່ຊາວໜຸ່ມສອງປະເທດບັນລຸຄວາມໃຝ່ຝັນ, ສອງຝ່າຍຈະພະຍາຍາມປະຍຸກໃຊ້ຜົນການແລກປ່ຽນໃຫ້ກາຍເປັນການຮ່ວມມືຮູບປະທຳໃນມື້ໜ້າ.
