
ວັນທີ 20 ພະຈິກນີ້, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມລາວໄດ້ນຳພາຄະນະຜູ້ແທນເດີນທາງໄປກຳແພງນະຄອນຈຸ່ງກິ່ງ ສປ ຈີນເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບວຽກງານສຸຂານາໄມ ແລະ ສຸຂານາໄມພືດ(SPS) ຄັ້ງທີ 9.

ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວໄດ້ຮ່ວມກັບຝ່າຍຈີນລົງເລິກປຶກສາຫາລືເປີດ ຕະຫຼາດ ການ ນຳເຂົ້າ ສິນຄ້າກະສິກຳ ຂອງ ສປປ ລາວ ໄປ ສປ ຈີນ ພາຍໃຕ້ສັນຍາດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS). ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການເຊັນສັນຍາເປີດຕະຫຼາດ ສົ່ງອອກ ຜະ ລິດພັນຊີ້ນ ງົວ ໃນຮູບແບບ ຊີ້ນແຊ່ງແຂງ ແລະ ຊີ້ນສຸກ ໄປ ສປ ຈີນ, ຊຶ່ງຝ່າຍ ຈີນ ເຫັນດີ ຮັບໄປ ພິຈາລະນາຕາມ ການສະເໜີ ຂອງ ສປປ ລາວ ແລະ ຄາດວ່າຈະສາມາດເຊັນສັນຍາເປີດຕະຫຼາດສິນຄ້າກະສິກຳຕື່ມອີກໃນໄວໆນີ້.
ທັງສອງຝ່າຍຍັງໄດ້ສຳເລັດການເຈລະຈາ ແລະ ໄດ້ເຊັນສັນຍາຮ່ວມກັນ ເພື່ອເປີດຕະຫຼາດ ການສົ່ງອອກ ໝາກຖົ່ວລຽນ ຂອງ ສປປ ລາວ ນຳເຂົ້າໄປ ສປ ຈີນ ພາຍໃຕ້ເງື່ອນໄຂທາງດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ເປັນລາຍການທີ 40.
ແຫຼ່ງຂ່າວຈາກ: CGTN