​ສົ່ງ​ເສີມ​ການ​ຮ່ວ​ມ​ມື​ດ້ານ​ວຽກ​ງານ​ຊາວ​ໜຸ່ມ​ເພື່​ອ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ

CRI, November 20, 2025
Size:

ວັນທີ 19 ພະຈິກນີ້, ຄະນະຜູ້ແທນຊາວໜຸ່ມລາວທີ່ເຂົ້າຮ່ວມຊຸດສຳມະນາຜູ້ນຳພາຊາວໜຸ່ມລາວ-ກຳປູເຈຍຢູ່ນະຄອນນານນິງເຂດກວາງຊີຈີນ ໄດ້ໄປທັດສະນະສຶກສາຢູ່ ຟາມຜະລິດນົມສືປູ້ ແລະ ບໍລິສັດອາການສາກົນຕ້າຄາຂອງເຂດກວາງຊີຈີນທີ່ເປັນວິສາຫະກິດສາທິດໃນການພັດທະນາອຸດສາຫະກິດຢູ່ຊົນນະບົດເຂດກວາງຊີຈີນ, ໂດຍຮັບຮູ້ເຖິງຄວາມຄືບໜ້າຂອງຈີນໃນການເຊື່ອມໂຍງການພັດທະນາອຸດສາຫະກຳກັບການພັດທະນາຊົນນະບົດ, ພ້ອມທັງໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ໂອກາດ ແລະ ສິ່ງທ້າທາຍໃນການພັດທະນາອຸດສາຫະກຳຢູ່ຊົນນະບົດ, ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາຊົນນະບົດ, ຊຸກຍູ້ການປະກອບອາຊີບຂອງຊາວໜຸ່ມ ແລະອື່ນໆ.