ລາວ-ຈີນ(ເຂດກວາງ​ຊີ) ຫວັງ​ຢາກ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ເຍົາ​ວະ​ຊົນ

CRI, November 19, 2025
Size:

ວັນທີ 18 ພະຈິກນີ້, ຄະນະຜູ້ແທນຊາວໜຸ່ມລາວທີ່ເຂົ້າຮ່ວມຊຸດສຳມະນາຜູ້ນຳພາຊາວໜຸ່ມລາວ-ກຳປູເຈຍຢູ່ນະຄອນນານນິງເຂດກວາງຊີຈີນ ໄດ້ໄປທັດສະນະສຶກສາຢູ່ໂຮງຮຽນປະຖົມຈົ່ງຊິ່ງນະຄອນນານນິງເຂດກວາງຊີ, ໂດຍໄດ້ສຳຜັດກັບຜົນງານດ້ານວຽກງານເຍົາວະຊົນຂອງໂຮງຮຽນປະຖົມຈົ່ງຊິ່ງ, ທັງໄດ້ແລກປ່ຽນກັບເຈົ້າໜ້າທີ່ຄະນະຊາວໜຸ່ມຂອງເຂດກວາງຊີ ກໍຄືນະຄອນນານນິງ ກ່ຽວກັບວຽກງານເຍົາວະຊົນຂອງສອງປະເທດລາວ-ຈີນ. ສອງຝ່າຍໄດ້ມີຄວາມເຫັນທີ່ເປັນເອກະພາບກັນວ່າ, ວຽກງານເຍົາວະຊົນແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ຫວັງຢາກລົງເລິກການຮ່ວມມືກັນໃນຂົງເຂດວຽກງານເຍົາວະຊົນຢ່າງຕໍ່ເນື່ອງ.