ການສຳ​ມະ​ນາແລກ​ປ່ຽນ​ແນວ​ຄິດ​ຍຸດ​ທະ​ສາດ​ການ​ບໍ​ລິ​ຫານ​ປະ​ເທດ​ຈີນ-ໄທຄັ້ງ​ທີ3 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ

CRI, November 18, 2025
Size:

ການສຳມະນາແລກປ່ຽນແນວຄິດຍຸດທະສາດການບໍລິຫານປະເທດຈີນ-ໄທຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກນີ້ຢູ່ນະຄອນຫຼວງບາງກອກປະເທດໄທໂດຍມີຜູ້ຕາງໜ້າຈາກຂະແໜງການຂອງລັດຖະບານ, ຄັງປັນຍາ, ສະຖາບັນການສຶກສາຊັ້ນສູງ, ສື່ມວນຊົນ, ວົງການທຸລະກິດແລະຜູ້ຕາງໜ້າຊາວໜຸ່ມສອງປະເທດຈີນ-ໄທປະມານ 200 ກວ່າທ່ານເຂົ້າຮ່ວມ ເພື່ອແລກປ່ຽນຄວາມຄິດເຫັນຮ່ວມກັນພາຍໃຕ້ຫົວຂໍ້ “ເສັ້ນທາງຫັນເປັນທັນສະໄໝທີ່ຮ່ວມຊາຕາກຳ”.

ທ່ານ ພິນິດ ຈາຣຸສົມບັດ ອະດີດຮອງນາຍົກລັດຖະມົນຕີໄທໄດ້ປະກອບຄຳເຫັນໂດຍຍົກໃຫ້ເຫັນວ່າ: ຄວາມທັນສະໄໝແບບຈີນໄດ້ສະແດງໃຫ້ເຫັນເຖິງເສັ້ນທາງສຳລັບປະເທດພວມພັດທະນາເພື່ອຮຽນຮູ້ແລະຖອດຖອນບົດຮຽນ. ໃນໄລຍະທີ່ຈີນຈະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ສອງປະເທດໄທ-ຈີນຈະມີຊ່ອງທາງການຮ່ວມມືທີ່ກວ້າງຂວາງກວ່າເກົ່າໃນຂົງເຂດຕ່າງໆເປັນຕົ້ນ ການພັດທະນາຕາມທິດສີຂຽວ, ອຸດສາຫະກຳການຜະລິດທັນສະໄໝ, ເສດຖະກິດດີຈີຕອນ ແລະອື່ນໆ.

ກິດຈະກຳຄັ້ງນີ້ຍັງໄດ້ຈັດການວາງສະແດງປຶ້ມກ່ຽວກັບຈີນເຊັ່ນ: ປຶ້ມ “ທ່ານສີຈິ້ນຜິງ: ວ່າດ້ວຍການບໍລິຫານປະເທດ” ເປັນຕົ້ນ, ພ້ອມທັງໄດ້ຈັດສຳມະນາໂຕະມົນພາຍໃຕ້ຫົວຂໍ້ “ການພັດທະນາທີ່ມີຄຸນນະພາບສູງແລະຄວາມທັນສະໄໝແຫ່ງຊາດຈີນ-ໄທ” ແລະອື່ນໆ.

ແຫຼ່ງຂ່າວຈາກ: CGTN