ຊຸດ​ສຳ​ມະ​ນາ​ຜູ້​ນຳ​ພາ​ຊາວ​ໜຸ່ມ​ລາວ-ກຳ​ປູ​ເຈຍ​ ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ຈີນ

CRI, November 17, 2025
Size:

ວັນທີ 17 ພະຈິກນີ້, ຊຸດສຳມະນາຜູ້ນຳພາຊາວໜຸ່ມລາວ-ກຳປູເຈຍພາຍໃຕ້ຂອບແຜນການຜູ້ນຳພາຊາວໜຸ່ມ “ເຂດໂລກໃຕ້” ປີ 2025 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ຊຸດສຳມະນາຄັ້ງນີີ້ ພາຍໃຕ້ຫົວຂໍ້ “ລົງເລິກການແລກປ່ຽນ ແລະ ການຮ່ວມມື, ຊຸກຍູ້ການພັດທະນາຂອງຊາວໜຸ່ມ”.

ໃນພີທີເປີດຊຸດສຳມະນາດັ່ງກ່າວ, ທ່ານ ນາງໂຈຊ້ຽງເລີຍ ຮອງເລຂາຄະນະຊາວໜຸ່ມເຂດກວາງຊີ ທັງເປັນຮອງປະທານສະຫະພັນຊາວໜຸ່ມເຂດກວາງຊີ ໃຫ້ຮູ້ວ່າ  ນັບແຕ່ປີ 2002 ເປັນຕົ້ນມາ, ສະຫະພັນຊາວໜຸ່ມແຫ່ງຊາດຈີນໄດ້ອີງໃສ່ສະຫະພັນຊາວໜຸ່ມເຂດກວາງຊີ ແລະ ສະຖາບັນແລກປ່ຽນຊາວໜຸ່ມສາກົນກວາງຊີຈີນດຳເນີນໂຄງການແລກປ່ຽນຊາວໜຸ່ມກັບປະເທດສະມາຊິກອາຊຽນ. ນັບມາຮອດປັດຈຸບັນນີ້, ມີຊາວໜຸ່ມລາວ 700 ກວ່າຄົນ ໄດ້ມາຢ້ຽມຢາມຈີນຜ່ານໂຄງການດັ່ງກ່າວ.

ທ່ານ ນາງໂຈຊ້ຽງເລີຍກ່າວຕື່ມວ່າ: ປັນຍາປະດິດເປັນພາລະກິດທີ່ໜຸ່ມນ້ອຍ, ທັງເປັນພາລະກິດຂອງຊາວໜຸ່ມ, ຫວັງວ່າຊາວໜຸ່ມລາວຈະຮ່ວມມືກັບຊາວໜຸ່ມຈີນ, ຮ່ວມກັນຕ້ອນຮັບໂອກາດໃໝ່ແຫ່ງການພັດທະນາປັນຍາປະດິດ ແລະ ຮ່ວມກັນຂຽນໜ້າໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວ.

ທ່ານ ພູວຽງ ພົງສະຫວັດດີ ຫົວໜ້າພະແນກບໍລິຫານຫ້ອງການ ຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ, ກຳມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ເປັນຫົວໜ້າຄະນະຜູ້ແທນຊາວໜຸ່ມລາວຄັ້ງນີ້ ກ່າວວ່າ: ຊຸດສຳມະນາຄັ້ງນີ້ບໍ່ພຽງແຕ່ເປັນກິດຈະກຳໜຶ່ງເທົ່ານັ້ນ, ຍັງເປັນການຢືນຢັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດທີ່ໝັ້ນຄົງລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ນອກຈາກນີ້, ຍັງເປັນເວທີສຳລັບການສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ເຊື່ອໝັ້ນວ່າ ເມື່ອສໍາເລັດໂຄງການນີ້, ຈະບໍ່ພຽງແຕ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວຄິດໃໝ່ໆ ດ້ານການພັດທະນາຊາວໜຸ່ມ-ເຍົາວະຊົນ, ລວມທັງການສ້າງວຽກເຮັດງານທຳຂອງຊາວໜຸ່ມ ເທົ່ານັ້ນ, ຍັງຈະສ້າງເຄືອຂ່າຍວິຊາຊີບທີ່ຍືນຍົງອີກດ້ວຍ.

ໃນໄລຍະຊຸດສຳມະນາດັ່ງກ່າວ, ຊາວໜຸ່ມລາວ ແລະ ກຳປູເຈຍຈະລົງເລິກແລກປ່ຽນກັບຊາວໜຸ່ມຈີນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການພັດທະນາຊາວໜຸ່ມ, ວຽກງານຊາວໜຸ່ມຂັ້ນຮາກຖານ, ການອົບຮົມພະນັກງານຊາວໜຸ່ມ ແລະອື່ນໆ. ນອກນີ້, ສຳມະນາກອນຍັງຈະເດີນທາງໄປ ແຂວງກວາງຕຸ້ງ ແລະ ແຂວງເຫີນານເພື່ອທັດສະນະສຶກສາ ແລະເກັບກຳຂໍ້ມູນກ່ຽວກັບໂຄງການເສັ້ນທາງຂົນສົ່ງສາກົນ “ເສັ້ນທາງລົດໄຟລາວ-ຈີນ”, ຖານປະຕິບັດການດ້ານການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ໂຄງການສ້າງທຸລະກິດຂອງຊາວໜຸ່ມ ແລະອື່ນໆ, ເພື່ອສຳຜັດກັບໝາກຜົນຕົວຈິງແຫ່ງການພັດທະນາຄວາມທັນສະໄໝແບບຈີນ.

ແຜນພັດທະນາຜູ້ນຳພາຊາວໜຸ່ມ “ເຂດໂລກໃຕ້”ແມ່ນຂໍ້ລິເລີ່ມສຳຄັນທີ່ທ່ານສີຈິ້ນຜິງ ປະທານປະເທດຈີນ ສະເໜີອອກໃນພິທີລະນຶກວັນເຜີຍແຜ່ຫຼັກການ 5 ປະການກ່ຽວກັບການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ, ໂດຍມີຈຸດປະສົງເພື່ອຊຸກຍູ້ການບຳລຸງສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດສຳລັບການຫັນເປັນທັນສະໄໝຂອງເຂດໂລກໃຕ້, ກໍານົດທິດທາງ ແລະ ການເຄື່ອນໄຫວຂອງຊາວໜຸ່ມສາກົນ.